ປະຊາຊົນ​​ຈີນ-ຫວຽດນາມ​ຮ່ວມສະຫຼອງ "ບຸນ​ວາ​ເລນ​ທາຍ"​ຢູ່​ເມືອງ​ຫຼົງ​ໂຈ່​ວ​ເຂດ​ກວາງຊີ​
2017-05-09 17:01:21  cri 

ຕາມ​ຂ່າວສານ​ຈີນ: "ບຸນ​ວາ​ເລນ​ທາຍ"ທີ່ເປັນ​ມູນ​ເຊື້ອ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ລະຫວ່າງ​ເມືອງ​ຫຼົງ​ໂຈ່​ວ ສປຈີນ-​ເມືອງກາວ​ບັງສສຫວຽດນາມ​ປີ 2017 ​​ຢູ່​ເມືອງ​ຫຼົງ​ໂຈ່ວ​ເຂດ​ປົກຄອງ​ຕົນ​ເອງ​ກວາງຊີ​ສປຈີນ​ໃນ​ວັນ​ທີ 8 ພຶດສະພາ​ນີ້​ໂດຍ​ມີ​ຊາວ​ໜຸ່ມ​ແລະ​ສິລະ​ປິນຈາກ​ສອງ​ປະ​ເທດ​ຈີນ-ຫວຽດນາມ​ໄດ້ຮ່ວມ​ຟ້ອນ​ລຳ​ທຳ​ເພງ​ເພື່ອ​ເປັນ​ການ​ສົ່ງ​ເສີມ​ຮີດຄອງ​ປະ​ເພນີ​ແລະ​ວັດທະນະທຳຢູ່​​ເຂດ​ຊາຍ​ແດນ​ສອງ​ປະ​ເທດ.

​ໃນ​ກິດຈະກຳ​ສະຫຼອງດັ່ງກ່າວ,ນັກ​ສິລະ​ປິນຂອງ​ສອງ​ປະ​ເທດ​ນອກຈາກ​ໄດ້​ສະ​ແດງ​ລາຍການ​ເຕັ້ນ​ຟ້ອນ​ທີ່​ມີ​ເອກະລັກ​ຂອງ​​ແຕ່ລະປະ​ເທດ​​ແລ້ວຍັງ​ໄດ້​ສະ​ແດງອອກ​ເຖິງ​ຄວາມ​ຮັກ​ແພງ​ກັນ​ໂດຍ​ "ຄົນ​ຈີນ​ຮ້ອງ​ເພງ​ຫວຽດນາມ​ແລະຄົນ​ຫວຽ​ດນາມ​ຮ້ອງ​ເພງ​ຈີນ".
​ເມືອງ​ຫຼົງ​ໂຈ່​ວຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ເຂດ​ກວາງຊີ​ປະ​ເທດ​ຈີນ​ເຊິ່ງ​ຕິດກັບ​ແຂວງ​ກາວ​ບັງ​ປະ​ເທດ​ຫວຽດນາມ​ແລະ​ເປັນ​ເມືອງຊາຍ​ແດນ​ທີ່​ມີ​ຊື່ສຽງ​ທາງ​ປະຫວັດສາດ,​ວັດທະນະທຳ​,ການ​ຄ້າ​ມາ​ໄດ້ 1290 ກວ່າ​ປີ​ແລະ​ກໍ​ເປັນ​ປະຕູ​ສຳຄັນ​ແຫ່ງ​ການ​ແລກປ່ຽນ​ກັນ​ທາງ​ວັດທະນະທຳ​ການ​ຄ້າ​ລະຫວ່າງຈີນ​ແລະ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຕື່ມ​ອີກ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ