ຍຸດ​ທະ​ສາດ"​ຈາກ​ປະ​ເທດບໍ່​ມີ​ທາງ​ອອກສູ່ທະ​ເລກາຍ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ດ້ວຍ​ການ​ບໍລິການ​ທາງ​ຜ່ານ"​ຂອງ​ລາວ​ເຊື່ອມ​ເຂົ້າກັບ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລ້ວ​ທາງ​ໜຶ່ງ​ເສັ້ນທາງ"
2017-05-09 16:06:28  cri 
ຕາມ​ຂ່າວCRI: ລາວ​ເປັນ​ປະ​ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ພຽງ​ໜຶ່ງ​ດຽວ​ໃນ​​ອາ​ຊຽນ  ​ແລະ​ຫຼັງ​ເຫັນ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ, ລາວ​ໄດ້​ວາງ​ນະ​ໂຍບາຍ​ການ​ຫັນ "​ຈາກ​ປະ​ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ກາຍ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ດ້ວຍ​ການ​ບໍລິການ​ທາງ​ຜ່ານ"​, ຂະນະ​ທີ່ການ​ກະກຽມ​ແລະ​ສ້າງ​ລົດ​ໄຟ​ຄວາມ​ໄວ​ສູງ​ລາວ-ຈີນ ​ແລະ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ ​​ໄດ້​ຂະຫຍາຍກ້າວຕົວ​ໄປ​ໜ້າ​ຕໍ່​ເນື່ອງ​ນັ້ນ, ລາວ​ໄດ້​ຍົກນະ​ໂຍບາຍ​ດັ່ງກ່າວ​ເປັນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ​ສົ່ງ​ຜົນ​ເຮັດ​ໃຫ້​ປະ​ເທດ​ລາວ​ທີ່​ບໍ່​ມີ​ຄວາມ​ສະດວກ​ທາງ​ຄົມມະນາຄົມ​ກາຍ​ເປັນ​ຊຸມ​ທາງ​ທີ່​ເຊື່ອມ​ຕໍ່​ບັນດາ​ປະ​ເທດ​ອ້ອມ​ຂ້າງ ​ໂດຍ​ສະ​ເພາະ​ເປັນ​ຈຸດ​​ເຊື່ອມ​ຕໍ່​ສຳຄັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

​​ທັງ​ນີ້​ເມື່ອເດືອນ​ກັນຍາ​ປີ 2016, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນທີ່​ເດີນທາງຢ້ຽມຢາມ​ປະ​ເທດ​ລາວ​ໄດ້​ຮ່ວມ​ກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວ​​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​ການ​ລົງ​ນາມ​ໃນ "ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈລະຫວ່າງ​ຈີນ-ລາວ​ກ່ຽວ​ກັບການ​ຮຽບຮຽງ​ແລະ​ຮ່ວມ​ກັນ​ຊຸກຍູ້​ແຜນການ​ຮ່ວມ​ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​​ເຊິ່ງສອງ​ຝ່າຍ​ຕົກລົງ​ກັນວ່າ ​ໃຫ້ຈັດ​ເອົາ​ຂົ​ງ​ເຂດການ​ຮ່ວມ​ມື​ຕ່າງໆ ​ເຊັ່ນ: ການ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ກະສິກຳ, ການ​ສ້າງຂີດ​ຄວາມ​ສາມາດ, ​ເຂດ​ນິຄົມ​ອຸດສາຫະກຳ, ວັດທະນະທຳ ​ແລະ​ອື່ນໆ ບັນຈຸ​ໃນບົດ​ບັນທຶກ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ