ຕາມຂ່າວສານຈີນ: ກອງປະຊຸມສຳມະນາຄູ່ຍຸດທະສາດພາຍໃຕ້ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ໄທ-ຮົງກົງ-ຊຽງໄຮໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທໃນວັນທີ 8 ເດືອນນີ້ ໂດຍຜູ້ເຂົ້າຮ່ວມກອງປະຊຸມໄດ້ລົງເລິກປຶກສາຫາລືເພີ່ມທະວີການຮ່ວມມືກັນ, ຊຸກຍູ້ການຄ້າ, ການລົງທຶນ ແລະອື່ນໆ.
ທ່ານສົມຄິດ ຈະຕຸສີພິທັດ ຮອງນາຍົກລັດຖະມົນຕີໄທກ່າວວ່າ, ເມື່ອຈີນໄດ້ສະເໜີຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ", ໄທກໍຕ້ອງກຳໂອກາດ ເພື່ອເພີ່ມຄວາມສາມາດຕົວຈິງຂອງຕົນ, ທັງຈະຕັ້ງໜ້າຊຸກຍູ້ແລະເປີດກວ້າງການຮ່ວມມືໃນພາກພື້ນ ແລະພະຍາຍາມສ້າງປະເທດຕົນໃຫ້ກາຍເປັນ "ຂົວຕໍ່" ການຮ່ວມມືລະຫວ່າງຈີນກັບອາຊຽນ ເພື່ອບັນລຸການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານສົມຄິດກ່າວຕື່ມວ່າ, ລັດຖະບານໄທໄດ້ໃຫ້ຄວາມສຳຄັນຕໍ່ກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ" ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ແລະຈະສົ່ງລັດຖະມົນຕີ 6 ທ່ານເຂົ້າຮ່ວມປະຊຸມດັ່ງກ່າວ.