ໜ່ວຍລາດຕະ​ເວນຝັ່ງ​ທະ​ເລ​ຟີ​ລິບ​ປິນແລກປ່ຽນ​ບົດຮຽນກັບ​ຕຳຫຼວດ​ທະ​ເລ​ແຂວງ​ເຈີ້​ຈ່ຽງ ສປ ຈີນ
2017-05-10 11:33:01  cri 
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໜຸ່ມ​ຂອງ​ໜ່ວຍ​ລາດຕະ​ເວນ​ຝັ່ງ​ທະ​ເລ​ຟີ​ລິບ​ປິນທີ່​ກຳລັງ​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ວຽກ​ງານ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ຢູ່​ແຂວງ​ເຈີ້​ຈ່ຽງ ສປ ຈີນ​​ໄດ້​ເດີນທາງ​ໄປ​ແລກປ່ຽນບົດຮຽນ​ແລະ​ທັດສະນະ​ສຶກສາ​ຢູ່​ສຳນັກງານ​ໜ່ວຍ​ຕຳຫຼວດ​ທະ​ເລ​ທີ 2 ​ຂອງ​ແຂວງ​ດັ່ງກ່າວ​ໂດຍ​ໄດ້​​ເບິ່ງ​ການ​ຝຶກ​ຊ້ອມ​ທາງ​ທະ​ເລ​ຂອງ​ກຳ​ປັ່ນ​ຕຳຫຼວດ​ທະ​ເລ​ຈີນ 33104.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໜຸ່ມ​ຟີ​ລິບ​ປິນຢືນຢັນ​ວ່າ ອຸປະກອນ​ທີ່​ກ້າວໜ້າ​ທັນ​ສະ​ໄໝ,ກຳ​ປັ່ນທີ່​ມີ​ປະສິດທິພາບ​ແລະໜ້າ​ເກງ​ຂາມ​ພ້ອມດ້ວຍ​ລະບຽບ​ແບບ​ແຜນ​ທີ່​ດີ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທະ​ເລ​ຈີນ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ເປັນ​ທີ່​ສຸດແລະ​ຫວັງ​ວ່າການ​ຝຶກ​ອົບຮົມ​ຢູ່​ຈີນ​ເທື່ອ​ນີ້​ຈະ​ໄດ້​ຮຽນຮູ້​ຄວາມ​ສາມາດ​ດ້ານ​ເຕັກນິກ​ວິຊາ​ການ​ແລະ​ຄຸນສົມບັດ​ຈາກ​ຕຳຫຼວດ​ທະ​ເລ​ຈີນ​ໃຫ້​ຫຼາຍ​ຂຶ້ນ ທັງ​ເປັນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນບົດຮຽນ​ແລະ​ເພີ່ມ​ທະວີ​ນ້ຳ​ໃຈ​​ມິດ​ຕະພາບ​ລະຫວ່າງ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ທະ​ເລ​ຂອງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ