ສະ​ຫະ​ພັນ​ວິ​ສາ​ຫະ​ກິດທຶນ​ຈີນ​​ຢູ່​ມາ​ເລ​ເຊຍ​ລົງ​ນາມ​ຮ່ວມ​ມື​ກັບ​ສະ​ຫະ​ພັນ​ການ​ຄ້າ​​ມາ​ເລ​ເຊຍ-ຈີນ
2017-05-10 11:30:52  cri 
ວັນ​ທີ 9 ພຶດ​ສະ​ພາ​ນີ້ ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ, ສະ​ຫະ​ພັນ​ວິ​ສາ​ຫະ​ກິດ​ທຶນຈີນ​ຢູ່ມາ​ເລ​ເຊຍ​ໄດ້ເຊັນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ກັບ​ສະ​ຫະ​ພັນ​ການ​ຄ້າ​​ມາ​ເລ​ເຊຍ-ຈີນ.

ທ່ານ ຫວາງ​ຮົງ​ເຫວີຍ ປະ​ທານ​ສະ​ຫະ​ພັນ​ວິ​ສາ​ຫະ​ກິດ​ທຶນ​ຈີນ​​ຢູ່ມາ​ເລ​ເຊຍ​ກ່າວວ່າ: ການ​ເຊັນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​​ດັ່ງ​ກ່າວ​ໄດ້​ເປັນ​ສັກ​ຂີພະ​ຍານ​ທີ່​ດີ​ທີ່​ສຸດ​ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ລະ​ຫວ່າງວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ ລວມ​ທັງ​ການຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ​ໃນ​​ໂລກ​ກໍ​ຄື​ຊຸກ​ຍູ້ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ລະ​ຫວ່າງ​ນັກ​ທຸ​ລະ​ກິດ​ຂອງ​ສອງ​ປະ​ເທດແລະ​ພ້ອມ​ກັນ​ພັດ​ທະ​ນາ. ວິ​ສາ​ຫະ​ກິດ​ຈີນ​​ໄດ້​ໄປ​ລົງ​ທຶນ​ຢູ່​ມາ​ເລ​ເຊຍນັບ​ມື້​​ຫຼາຍຂຶ້ນ​ກວ່າ​ເກົ່າແລະການ​ປະ​ກອບ​ສ່ວນ​ຂອງວິ​ສາ​ຫະ​ກິດ​ທຶນ​ຈີນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມາ​ເລ​ເຊຍ​ຈະ​ມີ​ຄວາມ​ຈະ​ແຈ້ງກວ່າ​ເກົ່າ,ພື້ນ​ຖານ​​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ-ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ກໍ​ຈະ​ມີ​ຄວາມ​ໝັ້ນ​​ທ່ຽງກວ່າ​ເກົ່າ.

ທ່ານ ໄຕ້​ລຽງ​ເຢ້ ປະ​ທານ​ສະ​ຫະ​ພັນ​ການ​ຄ້າ​ມາ​ເລ​ເຊຍ-ຈີນຊີ້​ໃຫ້​ເຫັນ​ວ່າ: ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​-ການ​ຄ້າ​ລະ​ຫວ່າງ​ມາ​ເລ​ເຊຍ-ຈີນ​ນັບ​ມື້​ນັບ​​ສົດ​ໃສ​ຂຶ້ນ​ຕື່ມ ​ໂດຍ​ຈະສົ່ງ​ຜົນ​ເຮັດ​ໃຫ້​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​​ຢ່າງ​ຫຼວງ​ຫຼາຍໃນ​ຫຼາຍ​ຂົງ​ເຂດ ແລະໃນ​ຕໍ່​ໜ້າ, ມາ​ເລ​ເຊຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ໃນ​ດ້ານ​ເສດ​ຖະ​ກິດ-ການ​ຄ້າ​ແລະ​ດ້ານ​ອື່ນໆກັບ​ຈີນ​ຕື່ມ​ອີກ ລວມ​ທັງຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ