ທ່ານ ສີ​ຈິ້ນ​ຜິງ ສົ່ງ​ໂທ​ລະ​ເລກ​ຊົ​ມ​ເຊີຍ​ທ່ານ ມູນ​ແຈ​ອິນ ຫຼັງ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ
2017-05-10 11:31:40  cri 
ວັນ​ທີ 10 ພຶດ​ສະ​ພາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງໂທ​ລະ​ເລກ​ຊົ​ມ​ເຊີຍ​ເຖິງ​ທ່ານ ມູນ​​ແຈ​ອິນ ຫຼັງໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ .

​ໃນ​ໂທ​ລະ​ເລກ,ທ່ານ ສີ​ຈິ້ນ​ຜິງ ໄດ້​ເນັ້ນ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຄວາມ​ສຳ​ຄັນ​​ສູງ​​ຕໍ່ ສ.ເກົາ​ຫຼີ ແລະ ສາຍ​ພົວ​ພັນລະ​ຫວ່າງ​ຈີນ-ສ.ເກົາ​ຫຼີ. ຂະ​ນະ​ດຽວ​ກັນຈີນ​​ກໍຍິນ​ດີ​ຮ່ວມ​ກັບ ສ.ເກົາ​ຫຼີ ​ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ຂອງການ​​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ໄດ້​ມາ​ບໍ່​ແມ່ນ​ງ່າຍ, ໂດ​ຍ​ຢູ່ບົນ​ພື້ນ​ຖານ​​ສ້າງ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຕ່າງ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ,ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ໃນ​ການ​ປະ​ສານ​ງານ,ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໃສ​ແລະ​ໝັ້​ນ​ທ່ຽງ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ສຸມ​ທຸກຄວາມພະ​ຍາ​ຍາມ ເພື່ອ​ເຮັດ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ແລະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ແກ່​ສອງ​ປະ​ເທດ​ກໍ​ຄື​ປະ​ຊ​າ​ຊົນ​ສອງ​ຊາດ​ໄດ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ