ຍຸດ​ທະ​ສາດ​ພັດທະນາ​ອາ​ຊຽນ​ເຊື່ອມ​ຕໍ່​ກັບ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-05-10 15:47:15  cri 
ຕາມ​ຂ່າວCRI: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ​ໄດ້​​ເຮັດ​ໃຫ້​ບັນດາ​ປະ​​ເທດ​​ໃນອາ​ຊຽນ​ເອົາ​ໃຈ​ໃສ່​​​ສູງ ​ແລະ​​ຕອບຮັບ​ຢ່າງ​ຕັ້ງໜ້າ ​ໃນ​​ໂອກ​າດດຳ​ເນີນກອງ​ປະຊຸມ​ສຸດ​ຍອດ​ຈີນ​ອາ​ຊຽນຄັ້ງ​ທີ 19 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ລະນຶກ​ຈີນ​ແລະ​ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ ​ເມື່ອເດືອນ​ກັນຍາ 2016. ກອງ​ປະຊຸມ​ສຸດ​ຍອດ​ໄດ້ອອກ​ຖະ​ແຫຼ​ງການ​ຮ່ວມວ່າ, ບັນດາ​ປະ​ເທດ​​ໃນອາ​ຊຽນຈະ​ກຳນົດຂົງ​ເຂດ​ບູລິ​ມະ​ສິດ​ຮ່ວມ​ໃນ "​​ແຜນ​ພັດທະນາ​ລວມການ​ເຊື່ອມ​ຈອດ​ກັນ​ຂອງ​ອາ​ຊຽນ" ​ແລະ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ປຶກສາ​ຫາລື​ວິທີ​ຮ່ວມ​ມື​ເພື່ອ​ເພີ່ມທະວີ​ການ​ເຊື່ອມ​ຈອດ​ກັນ​ລະຫວ່າງ​ສອງ​ຝ່າຍ ​ແລະ​ສົ່ງ​ເສີມ​ໃຫ້​ອົງການ​ການ​ທະນາຄານ​ຕ່າງໆ​ຕັ້ງໜ້າ​ເຂົ້າ​ຮ່ວມ. ຂະນະ​ດຽວ​ກັນ, ຜູ້ນຳ​ຈີນ​ແລະ​ອາ​ຊຽນຍັງ​ໄດ້​ຢືນຢັນ​ວ່າ "ຖະ​ແຫຼງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ຄວາມ​ສາມາດ​ດ້ານ​ການ​ຜະລິດ​ຈີນ-ອາ​ຊຽນ" ຕົ້ນຕໍ​ກໍ​ເພື່ອ​ຊ່ວຍ​ບັນດາ​ປະ​ເທດ​ໃນ​ອາ​ຊຽນລົງ​ເລິກ​ການ​ຮ່ວມ​ມື​ໃນ​ອຸດສາຫະກຳ​ຕ່າງໆ ​ແລ​ະຍົກ​ລະດັບຂະ​ແໜງ​ການ​ອຸດສາຫະກຳ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ