​ທຣຳຈະ​ຕັດສິນ​​ໃຈຖອນ​ອອກ​ຈາກ "ອະນຸ​ສັນຍາປາລີ" ຫຼື​ບໍ່ ຫຼັງ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 7 ປະ​ເທດຮູ້​ແນ່ນອນ
2017-05-10 15:52:28  cri 
ຕາມ​ຂ່າວ​ສານ​ຊິນ​ຮວາ:​ ​ເຈົ້າ​ໜ້າທີ່​ທຳນຽບຂາວ​ເປີດ​ເຜີຍ​ໃນ​ວັນ​ທີ 9 ​ເດືອນ​ນີ້​ວ່າ, ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ຕັດສິນ​ໃຈຖອນ​ອອກ​ຈາກ "ອະນຸ​ສັນຍາປາລີ" ທີ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຫຼື​ບໍ່ ຫຼັງ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 7 ປະ​ເທດ ທີ່​ຈະ​ຈັດ​ຂຶ້ນ​ຢູ່​ອີ​ຕາ​ລີ​ໃນ​ທ້າຍ​ເດືອນ​ນີ້.

ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ທີ​ມງານ​ຂອງ​ທ່ານ​ທຣຳ​ມີ​ 2 ຄວາມ​ເຫັນ​ກ່ຽວ​ກັບ​ການ​ຖອນ​ອອກ​ຈາກ​ "ອະນຸ​ສັນຍາ​ປາ​ຣີ".  ຂະນະ​ທີ່ປັດຈຸບັນ, ທ່ານ​ທຣຳ​ໄດ້​ຮຽກຮ້ອງ​ໃຫ້​ທີ​ມງາມ​ຂອງ​ຕົນ​ຍື່ນ​ຂໍ້​ສະ​ເໜີ​ຫຼ້າ​ສຸດ​ໃຫ້​​ກ່ອນ​ໄຂ​ກອງ​ປະຊຸມສຸດ​ຍອດ​ກຸ່ມ 7 ປະ​ເທດ ທັງ​ເຫັນ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນ​ຫົວ​ຂໍ້ຫຼອກ​ລວງ ​ແລະກໍ​ເຄີຍ​ຂູ່​ວ່າ​ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ "ອະນຸ​ສັນຍາ​ປາລີ" ​ໃນ​ໄລຍະ​​ເລືອກ​ຕັ້ງ​ປະທານາທິບໍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ