ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເນັ້ນວາງ​ແຜນ​ພັດທະນາ​ແລະ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ
2017-05-10 16:03:19  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ເກິ໋ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 9 ​ເດືອນ​ນີ້​ວ່າ, ຂະນະ​ທີ່​ການ​ປະຕິບັດຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​ພົບ​​ຄວາມ​ຫຍຸ້ງຍາກ ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ, ​ແຕ່ການ​ຈັດ​ກອງ​ປະຊຸມ​​ເວທີ​ປຶ​ສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​​​ກໍເພື່ອ​ສະຫຼຸບຖອດ​ຖອນ​ບົດຮຽນ​, ວິ​​​ເຄາະບັນຫາ, ຮ່ວມ​ກັນຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ ​ແລະ​ຮ່ວ​ມ​ແຮງ​ຮ່ວ​ມ​ໃຈກັນ.

ທ່ານ​ກ່າວ​ຕື່ມ​ວ່າ, ພາຍຫຼັງ​ຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເປັນ​ຕົ້ນ​ມາ ກໍ​ໄດ້​ຮັບ​ສຽງ​ຕອບ​ຮັບ​ຈາກ​ປະຊາ​ຄົມ​ໂລກ​ຢ່າງ​ກວ້າງຂວາງ ​ເຊິ່ງສາມາດ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ອະນາຄົດ​ຂອງການ​ພັດທະນາ​ທີ່​ດີ. ​​ເຊັ່ນ​ດຽວ​ກັນ​ກັບ​ພາລະກິດ​ທີ່ຍິ່ງ​ໃຫຍ່​ຕ່າງໆ​ໃນ​ປະຫວັດສາດ​ຂອງ​​ມະນຸດ ​ເຊິ່ງການ​ປະຕິບັດ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຍ່ອມຕ້ອງ​ພົບ​​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາໆ ​ແລະ​ກໍ​ຖື​ວ່າ​ເປັນ​ເລື່ອງ​ປົກະຕິ. ​ເມື່ອມີ​ສິ່ງ​ທ້າ​ທາຍ, ​ເຮົາ​ກໍ​ຄວນສືບ​ຕໍ່​ຮັບ​ມື​! ​ເມື່ອມີ​ຄວາມ​ຫຍຸ້ງຍາກ, ​ເຮົາກໍ​ຈະ​ຜ່ານ​ຜ່າ! ນີ້​ຄືບົດຮຽນທີ່​ລ້ຳ​ຄ່າ​ຂອງ​ຈີນ​ໃນການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກມາ​ເປັນ​ເວລາ​ເກືອບ 40 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ