ຈີນພ້ອມສ້າງ​ເຂດ​ການ​ຄ້າ​ເສລີຮ່ວມກັບ 20 ປະ​ເທດ​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-05-11 10:16:30  cri 
ທ່ານ​ສຽນ​ເຄີ້ມິ​ງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ຢືນຢັນ​ໃນວັນທີ 10 ພຶດສະພາ​ນີ້​ວ່າ ​​ໃນໄລຍະ​ດຳ​ເນີນກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ແຕ່​ວັນ​ທີ 14-15 ພຶດສະພາ​ນີ້, ຈີນ​ຈະ​ຮ່ວມ​ກັບ 20 ປະ​ເທດ​​ແ​ລະ​ເຂດ​ແຄວ້ນທີ່ຢູ່​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຊຸກຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ໃຫ້​ເປັນ​ຈິງ.

ທ່ານ​ສຽງ​ເຄີ້ມິ​ງຢືນຢັນ​ຕື່ມ​ວ່າ: ມາ​ຮອດ​ປັດຈຸບັນ, ຈີນ​ໄດ້​ຮ່ວມ​ກັບ 22 ປະ​ເທດ​ແລະ​ເຂດ​ແຄວ້ນ​ລົງ​ນາມ​ແລະ​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ແລ້ວ ​ໃນ​ນີ້​ລວມທັງ​ມີ 11 ປະ​ເທດ​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​​ເຊັ່ນ​ສັນຍາ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ຈີນ-ປາ​ກິ​ສະຖານ​ແລະ​ສັນຍາ​ການ​ຄ້າ​ເສລີ​ຈີນ-ສິງກະ​ໂປ. ນອກ​ນີ້, ຈີນ​ຍັງ​ໄດ້​ສຳ​ເລັດ​ການ​ເຈລະຈາການ​ຫຼຸດ​ພາສີ​ຮອບ​ທີ 4 ກັບ 4 ປະ​ເທດ​ລຽບຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຄື​ອິນ​ເດຍ,ສີ​ລັງກາ,ບັງ​ກະລາ​ເດັດ​ແລະ​ລາວ​ພາຍ​ໃຕ້​ຂອບ​ສັນຍາ​ການ​ຄ້າ​ເສລີ​ອາຊີ​ປາຊີ​ຟິກ ​ແລະ​ປັດ​ຈຸ​ບັນ​ກຳລັງ​ເລັ່ງກະກຽມ​ຈັດ​ຕັ້ງ​ປະຕິບັດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ