ກອງປະຊຸມເວທີປຶກສາຫາລືຂັ້ນສູງຂອງສະມາຄົມຜູ້ຊົງຄຸນວຸດທິຈີນ-ມຽນມາຄັ້ງທຳອິດໄດ້ໄຂຂຶ້ນຢູ່ເມືອງມາງ ແຂວງຢຸນນານ ສປ ຈີນໃນວັນທີ 10 ພຶດສະພານີ້ ໂດຍເຈົ້າໜ້າທີ່ແລະນັກວິຊາການໄດ້ລົງເລິກການແລກປ່ຽນໃນຫົວຂໍ້ຕ່າງໆໂດຍປິ່ນອ້ອມການແລກປ່ຽນດ້ານວັດທະນະທຳ, ການຮ່ວມມືດ້ານເສດຖະກິດ-ການຄ້າແລະນະໂຍບາຍທາງການທູດລະຫວ່າງຈີນ-ມຽນມາແລະຫົວຂໍ້ອື່ນໆ ຂະນະດຽວກັນກໍໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລືການສືບຕໍ່ເສີມຂະຫຍາຍນ້ຳໃຈມິດຕະພາບຖານພີ່ນ້ອງ,ການສ້າງພື້ນຖານຂອງຄວາມເປັນຈິດໜຶ່ງດຽວກັນແລະລົງເລິກການຮ່ວມມືລະຫວ່າງສອງປະເທດ.
ຜູ້ຊ່ຽວຊານແລະນັກວິຊາການຂອງສອງປະເທດໄດ້ເປັນເອກະພາບ ກັນ ແລະຫວັງໃຫ້ກອງປະຊຸມຄັ້ງນີ້ປະສົບຜົນສຳເລັດ, ເພື່ອເຮັດໃຫ້ສອງປະເທດຮ່ວມກັນສ້າງອີກໜຶ່ງເວທີການຮ່ວມມືແລະການແລກປ່ຽນຂອງສະມາຄົມຜູ້ຊົງຄຸນວຸດທິຈີນ-ມຽນມາ, ສຸມໃສ່ຕິດຕໍ່ພົວພັນຢ່າງມີປະສິດທິຜົນ,ສ້າງກົນໄກເວທີປຶກສາຫາລືແລະການເຈລະຈາທີ່ມີບົດບາດສຳຄັນ,ຮ່ວມກັນຍົກລະດັບຜົນປະໂຫຍດຂອງສະມາຄົມ,ຊຸກຍູ້ການແລກປ່ຽນວັດທະນະທຳແລະ ຈິດໃຈຂອງປະຊາຊົນສອງປະເທດ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການລົງເລິກການຮ່ວມມືລະຫວ່າງສອງປະເທດ.
ໃນໄລຍະກອງປະຊຸມ,ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ຄົ້ນຄວ້າແລະຕີລາຄາສະພາບການຮ່ວມມືແລະການແລກປ່ຽນດ້ານເສດະກິດ-ການຄ້າຢູ່ເຂດຊາຍແດນລະຫວ່າງສອງປະເທດ ກໍຄືສະພາບການພັດທະນາເສດຖະກິດ-ສັງຄົມຂອງກິ່ງແຂວງເຕີຮົງ.