ເປີດ​ເຜີຍ​ດັດຊະນີການ​ຄ້າ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ
2017-05-11 16:24:44  cri 
​ຕາມ​ຂ່າວສານ​ຊິນ​ຮວາ:ດັດຊະນີ​ການ​ຄ້າ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ເຊິ່ງ​ເປັນ​ສ່ວນ​​ທີ່​ສຳຄັນ​ຂອງ​ລະບົບ​ດັດຊະນີ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໄດ້​​ເປີດ​ເຜີຍ​ຕໍ່​ພາຍ​ນອກ​ໃນ​ວັນ​ທີ 10 ພຶດສະພາ​ນີ້​.
ທ່ານ​ຫວັງ​ສຽວ​ທາວ ຮອງ​ປະທານຄະນະ​ກຳມະການ​​ພັດທະນາ​ແລະປະຕິ​ຮູບ​​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ດັດຊະນີ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ເປັນ​ລະບົບ​ດັດຊະນີ​ສຳລັບ​ຊັ່ງຊາ​ລະດັບການພັດະ​ທະ​ນາ​ລວມຂອງ​ຕະຫຼາດ​ການ​ຂົນ​ສົ່ງ​ທາງ​ນ້ຳ​ແລະການ​ຄ້າ​ສາກົ​ນ​ທັງ​​ສ່ອງ​ແສງ​ໃຫ້​ເຫັນ​ທ່ວງທ່າ​ການ​ປ່ຽນ​ແປງ​ຂອງ​ຕະຫຼາດການ​ຂົນ​ສົ່ງ​ທາງ​ນ້ຳ​ແລະ​ການ​ຄ້າ​ເຊິ່ງປະກອບ​ດ້ວຍ​ດັດຊະນີຕ່າງໆ​ເປັນ​ຕົ້ນ​ລາຄາ​ຂົນ​ສົ່ງ​ຕູ້​ສິນຄ້າ​ສົ່ງ​ອອກ,ດັດຊະນີ​ເສດຖະກິດ​ຂົນ​ສົ່ງທາງ​ນ້ຳ​ແລະ​ດັດຊະນີ​ການ​ຄ້າ​​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ.
ທ່ານ​ກ່າວ​ຕື່ມ​ວ່າ,ການ​ເປີດ​ເຜີຍ​ດັດຊະນີ​ການ​ຄ້າ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສາມາດເສີມ​ເນື້ອ​ໃນລະດັບ​ດັດຊະນີ​ເສັ້ນທາ​ງສາຍ​ໄໝ​ທາງ​ທະ​ເລ​ໃຫ້​ສົມບູນ​ຂຶ້ນ​ແລະ​ຈະ​ກາຍ​ເປັນ​ຕົວ​ເລກ​ຄາດ ໝາຍ​ອັນ​ໜຶ່ງ​ໃນ​ການ​ຕີ​ລາຄາ​ຜົນ​ການ​ປະຕິບັດ​ການ​ກໍ່ສ້າງ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຂອງ​ຈີນລວມທັງ​ການ​ສຶກສາ​ຄົ້ນຄວ້າ​ຂໍ້​ມູນ​ຂ່າວສານ​ແລະການ​ພິຈາລະນາ​ທ່ວງທ່າ​ສຳລັບ​ປະ​ເທດ​ລຽບ​ຕາມ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21"​​ແລະ​​ສາມາດ​ເປັນ​ສິ່ງ​ອ້າງ​ອີງ​ສຳຄັນ​ສຳລັບ​ປະ​ເທດ​ຕ່າງໆ​ປະ​ເມີນ​ຜົນ​ປະຕິບັດ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລະ​ປັບປຸງ​ນະ​ໂຍບາຍຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ