ຈີນ​ຍົກ​ລະດັບນັກ​ວິຊາ​ການ​ໃຫ້​ແກ່​ປະ​ເທດ​ລຽບ​ຕາມ " ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກວ່າ​ແສນ​ຄົນ
2017-05-11 17:04:41  cri 
ຕາມ​ຂ່າວສານ​ຈີນ: ທ່ານ​ຊຸນ​ຈີ້​ເຫວີ​ນ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 11 ພຶດສະພາ​ນີ້​ວ່າ,ຫຼາຍປີ​ຜ່ານມາ​,ຈີນ​ໄດ້​ຍົກ​ລະດັບ​ນັກວິຊາການຂະ​ແໜງ​ການ​ຕ່າງໆ​ໃຫ້​ແກ່​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​​ໄດ້​ຢ່າງ​ມີ​ຄຸນ​ນະພາ​ບ.
ທ່ານຊຸນ​ຈີ້​ເຫວີ​ນ​ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ໃນ​ວັນ​ດັ່ງກ່າວ​ວ່າ,ການ​ຍົກ​ລະດັບ​ໃຫ້​ແກ່​ຕ່າງປະ​ເທດ​ແມ່ນ​ໜຶ່ງມາດ​ຕະການ​ສຳຄັນ​ປະການ​​ທີ່​ຈີນ​ປະຕິບັດ​ຕາມ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ​ຈາກ​ນີ້,ໃນ​ຫຼາຍປີ​ຜ່ານມາ,ຈີນ​ຈຶ່ງໄດ້​ເພີ່ມ​ຊັບພະຍາກອນ, ສ້າງຫຼັກສູດ​ທີ່​ສົມບູນ​ແລະ​ປະດິດ​ສ້າງ​ຮູບແບບ​ການອົບຮົມ​​ໂດຍ​ການ​ເປີດກວ້າງ "ວົງ​ວານເພື່ອນ​ມິດ"ຢູ່​ລຽບ​ເສັ້ນທາງ.
ທ່ານ​ກ່າວ​ຕື່ມ​ວ່າ,​ໃນ​ຕໍ່ໜ້າ​ຈະ​ສືບ​ຕໍ່​ເພີ່ມ​ການ​ອົບຮົມ​ໃຫ້​ແກ່​ຕ່າງປະ​ເທດ​ເພື່ອ​ເຮັດ​ໃຫ້​ເວທີ​ແລກປ່ຽນ​ລະຫວ່າ​ງປະ​ເທດ​ລຽບຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ມີ​ພະ​ລັງ​ຊີວິດ​​ແຂງ​ແຮງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ