ທະນາຄານ​ການ​ຄ້າ​ໄທ​ຫວັງ​​ຊ່ວຍ​ວິ​ສາ​ຫະກິດ​ຈີນ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຢູ່​ອາ​ຊຽນ
2017-05-11 10:31:26  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ມາ​ນົບ ສະຫງຽມ ຮອງ​ປະທານ​ຜູ້​ບໍລິຫານ​ງານ, ຫົວໜ້າ​ພະ​ແນ​ກທຸລະ​ກິດ​ຈີນ​ຂອງ​ທະນາຄານ​ການ​ຄ້າ​​ໄທ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະຊຸກຍູ້​ໃຫ້​ວິສາ​ຫະກິດ​ຈີນ​ກ້າວ​ໄປ​ສູ່​ຕ່າງປະ​ເທດ​ນັບ​ມື້ຫຼາຍ​ຂຶ້ນ ​ແລະ​ຈະເຮັດ​ໃຫ້​ບັນດາ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ຈາກ​ນີ້ ທະນາຄານ​ຂອງ​ຕົນ​ກໍ​ຫວັງ​ຊ່ວຍ​ວິ​ສາ​ຫະກິດ​ຈີນ​ພັດທະນາ​ຢູ່​ອາ​ຊຽນ​ໄດ້​ດີກ​ວ່າ​ເກົ່າ ​ແລະ​ແບ່ງປັນຂີດ​ຄວາມ​ສາມາ​ດທີ່​ມີທ່າ​ແຮງຂອງ​ຕົນ.

ທ່ານມາ​ນົບ​ກ່າວ​ວ່າ​, ທະນາຄານ​ຕົນ​ກຽມ​ຈະ​ພິມ​ຈຳໜ່າຍ​ປຶ້ມ​ທີ່​ຮຽບຮຽງ​ບົດ​ຄວາມຈາກ​ຊ່ຽວຊານ​ຕ່າງໆ​ທີ່​ໄດ້​ອະທິບາຍ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເພື່ອ​ຊຸກຍູ້​ໃຫ້​ບັນດາ​ປະ​ເທດ​ໃນ​ອາ​ຊຽນ​ໂຄສະນາຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ຊຸກຍູ້​ການ​ແລກປ່ຽນ​ລະຫວ່າງ​ປະ​ເທດ​ຕ່າງໆ.

ທ່ານ​ມາ​ນົບ​ກ່າວ​ຕື່ມ​ວ່າ,​ ຂໍ້​ລິ​ເລີ່​ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ມີຫຼັກການ​ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ເພື່ອ​ຊຸກຍູ້​ໃຫ້​ຈີນ​ແລະ​ປະ​ເທດ​ຕ່າງໆ​​ເສີມຂະຫຍາຍ​ສາຍ​ພົວພັນ ​ແລະ​ຮ່ວມ​ມື​ກັນ​ຢ່າງ​ເຕັມທີ່ ​ແລະຫວັງ​ວ່າປຶ້ມ​ເຫຼັ້ມ​ນີ້​ຈະເຮັດ​ໃຫ້​ບັນດາ​ປະ​ເທດ​ໃນ​ອາ​ຊຽນ​​ເຂົ້າ​ໃຈ​ຂໍ້​ລິ​ເລີ່​ມດັ່ງກ່າວ​ໄດ້​ດີກ​ວ່າ​ເກົ່າ ​ແລະ​ເຮັດ​ໃຫ້​ຈີນ​ຮັບ​ຮູ້​ຄວາມ​ຕ້ອງການ​ຂອງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ