ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ຫວັງ​ຈະ​ພາ​ຄອບ​ຄົວ​ໄປ​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ແລະ​ຊົມ​ ​ນ້ຳ​ກ້ອນແກະ​ສະຫຼັກ​ຢູ່​ຈີນ
2017-05-12 16:12:13  cri 

ໃນ​ໂອ​ກາດ​ທີ່ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ 14-15 ພຶດ​ສະ​ພາ​ນີ້​ແລະໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເຊິ່ງ​ໃນ​ໂອ​ກາດ​ດັ່ງ​ກ່າວ​ນີ້,ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້ໃຫ້​ກຽດສຳ​ພາດ​​ສື່​ມວນ​ຊົນ​ຈີນ​ເຊັ່ນ​ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ, ໂທ​ລະ​ພາ​ບ​ສູນ​ກາງ​ຈີນ​ແລະ​ສຳ​ນັກ​ຂ່າວ​ສານ​ຈີນ​ໂດຍ​ເປີດ​ເຜີຍ​ຄວາມ​ຫວັງ​ນ້ອຍໆ​ຂອງ​ຕົນ​ວ່າ: ໃນ​ຕໍ່​ໜ້າ​ຈະ​ຕ້ອງ​ໄດ້​​ຫາ​ໂອ​ກາດ​ພາ​ພັນ​ລະ​ຍາ​ແລະ​ລູກ​ສາວຫຼ້າ​ທີ່​ຊື່​ ເວ​ໂຮ​ນີ​ຄາ ໄປ​ເບິ່ງ​ອາ​ຄານ​ທີ່​ກໍ່​ສ້າງ​ດ້ວຍ​ນ້ຳ​ກ້ອນ, ​ໃນ​ຂະ​ນະ​ທີ່ລູກ​ສາວຫຼ້າ​ຢາກ​ໄປ​ເບິ່ງນ້ຳ​ກ້ອນ​​ແກະ​ສະຫຼັກ​, ຂ້າ​ພະ​ເຈົ້າ​ກໍ​ຢາກ​ໄປ​ເບິ່ງ​ເຊັ່ນ​ກັນ, ເພາະ​ມີ​ຄວາມ​ແປກ​ໃຈ​ແລະ​ຄິດ​ໃນ​ໃຈ​​ວ່າ​ຈະ​ນອນ​ຢູ່​ ເຮືອນ​ທີ່​ເຮັດ​ດ້ວຍ​ນ້ຳ​ກ້ອນ​ໄດ້​ແນວ​ໃດ​? ໂອ,ປັນ​ສິ່ງ​ທີ່ສົນ​ໃຈ​ແທ້!

ທ່ານ​ດູ​ເຕີ​ເຕ​ຍັງ​ກ່າວ​ຕື່ມ​ວ່າ ຂ້າ​ພະ​ເຈົ້າ​ຍັງ​ສົນ​ໃຈ​ດ້ວຍ​ຫວັງ​ຈະ​ນຳ​ເອົາ​ຂະ​ບວນ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ກັບ​ເມືອ​ຟີ​ລິບ​ປິນ​ເພື່ອ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ສະ​ດວກສະ​ບາຍໃນ​ການ​ເດີນ​ທາງຫຼາຍກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ