ປະທານປະເທດ ສປປ ລາວເຜີຍການກໍ່ສ້າງ "ໜຶ່ງແລວທາງ ໜຶ່ງເສັ້ນທາງ"ນຳເອົາໂອກາດການພັດທະນາມາສູ່ບັນດາປະເທດກຳລັງພັດທະນາ
2017-05-12 11:26:10  cri 

    ຕາມຂ່າວ CRI: ວັນທີ 11 ພຶດສະພານີ້,​ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ສູນກາງ ພັກປະຊາຊົນປະຕິວັດລາວ, ປະທານປະ
ເທດແຫ່ງ ສປປ ລາວ ໄດ້ໃຫ້​ກຽດສຳພາດສື່ມວນຊົນຈີນເປັນຕົ້ນວິທະຍຸສາກົນແຫ່ງປະເທດຈີນ ຫລື CRI ແລະອື່ນໆໂດຍກ່າວວ່າ:​ ຂໍ້ລິເລີ່ມ
"ໜຶ່ງແລວທາງ ໜຶ່ງເສັ້ນທາງ" ຂອງຈີນໄດ້ນຳໂອກາດການພັດທະນາມາສູ່ ບັນດາປະເທດກຳລັງພັດທະນາລວມທັງ ສປປ ລາວ ໂດຍ
ຈະນຳ​ເອົາ​ຜົນ​ປະ​ໂຫຍ​ດທີ່​ແທ້​ຈິງ​ມາສູ່ປະຊາຊົນປະເທດຕ່າງໆ. ສປປ ລາວ ສະໜັບສະໜູນຂໍ້ລິເລີ່ມ "ໜຶ່ງແລວທາງ ໜຶ່ງເສັ້ນທາງ"ແລະ
ໝັ້ນໃຈສູງ​ຕໍ່ການຮ່ວມມືລະຫວ່າງລາວ-ຈີນພາຍໃຕ້ຂອບ "ໜຶ່ງແລວທາງ ໜຶ່ງເສັ້ນທາງ".

    ເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ" ​ທີ່ຈະຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ສປ ຈີນ ແຕ່ວັນທີ
14-15 ພຶດສະພານີ້ ໂດຍທ່ານ ບຸນຍັງ ວໍລະຈິດ ໄດ້ຮັບ​ຄຳເຊີນເຂົ້າຮ່ວມເວທີປຶກສາຫາລືດັ່ງກ່າວ. ​ແລະ​ໃນ​ໂອ​ກາດ​ນີ້ ທ່ານ ບຸນຍັງ ກໍ​ໄດ້
​ກ່າວ​ວ່າ,​ ໃນໄລຍະຈັດເວທີປຶກສາຫາລື,​ ກະຊວງແຜນການແລະການລົງທຶນ ແຫ່ງ ສປປ ລາວ ແລະຄະນະກໍາມະການພັດທະນາແລະປະຕິ
ຮູບແຫ່ງຊາດຈີນ ຈະລົງນາມໃນແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ຊຸກ​ຍູ້ການ​ກໍ່​ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງລະ​ຫວ່າງ​ລາວ​ແລະ​ຈີ​ນ ທ່ານ ບຸນຍັງ​ຍັງ
​ໄດ້ຕີລາຄາສູງຕໍ່ຄວາມໝາຍຄວາມສຳຄັນຂອງຂໍ້ລິເລີ່ມ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ທີ່ສະເໜີໂດຍທ່ານ ສີຈິ້ນຜິງ ປະທານປະເທດຈີນ: 

  "ໃນຍຸກແຫ່ງໂລກາພິວັດແລະການເຊື່ອມໂຍງກັນທີ່ເຕັມໄປດ້ວຍກາລະໂອກາດ ແລະສິ່ງທ້າທາຍ, ອາດຈະບໍ່ມີປະເທດໃດຈະສາມາດແກ້
ໄຂບັນຫາຕ່າງໆໄດ້ໂດຍລໍາພັງ. ການຮ່ວມມືກັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດແມ່ນຄວາມເປັນຈິງຂອງຍຸກສະໄໝ. ຂໍ້ລິເລີ່ມ "ໜຶ່ງແລວ
ທາງໜຶ່ງເສັ້ນທາງ" ໄດ້​ເພີ່ມ​ຄວາມ​ໃກ້ຊິດ​ສະໜິດ​ແໜ້ນ​ແລະ​ເຊື່ອມ​ຈອດ​ທັງ​ໃນ​ແລະ​ລະຫວ່າງ​ພາກ​ພື້ນ,ທັງ​ເປີດ​ໂອ​ກາດ​ໃຫ້​ບັນດາ​ປະ​ເທດ
​ກໍາລັງ​ພັດທະນາ​,​ ໃນ​ນັ້ນ, ກໍ່​ມີ​ສປປລາວ​ໄດ້​ສາມາດ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ໂດຍ​ນໍາ​ໃຊ້​ທ່າ​ແຮງ​ແລະ​ແຫ​ລ່ງທຶນ​ຈາກ​ຂໍ້​ລິ​ເລີ່​ມຂອງ ສປ ຈີນ.
​ເຊື່ອ​ໝັ້ນ​ວ່າ​ຂໍ້​ລິ​ເລີ່​ມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​ຈະ​ນໍາ​ເອົາ​ຜົນປະ​ໂຫຍ​ດມາ​ໃຫ້​ປະຊາຊົນ​ຂອງ​ບັນດາ​ປະ​ເທດ​ທີ່​ເຂົ້າຮ່ວມ​ລວມທັງ ສປປ ລາວ
​ຢ່າງ​ແທ້​ຈິງ. 
     
    

ທ່ານ ບຸນຍັງ ເນັ້ນວ່າ: ຂໍ້ລິເລີ່ມ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ແທດ​ເໝາະ​ກັບ​ນະໂຍບາຍ ຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນ
ປະເທດເຊື່ອມຈອດ ກັບບັນດາປະເທດໃກ້ຄຽງແລະ ພາກພື້ນຂອງ ສປປ ລາວ ສູງທີ່ສຸດ ໂດຍ ໂຄງການທາງລົດໄຟລາວ-ຈີນທີ່ພວມກໍ່ສ້າງ
ນັ້ນເປັນ ຂໍກະແຈ​ສຳ​ຄັນໃນການບັນລຸນະໂຍບາຍດັ່ງກ່າວຂອງ ສປປ ລາວ. ​ຂະ​ນະ​ດຽວ​ກັນ ທ່ານ ຍັງ​ໄດ້ ກ່າວວ່າ:

"ສປປ ລາວ ມີທ່າແຮງຫຼາຍໆດ້ານທັງເປັນທາງຜ່ານໄປສູ່ຕາເວັນອອກສຽງໃຕ້, ພ້ອມດຽວກັນ, ຂ້າພະເຈົ້າກໍ່ເຫັນວ່າ ສປ ຈີນ ຊຶ່ງມີຄວາມ
ພ້ອມທາງດ້ານທຶນຮອນ, ບຸກຄະລາກອນ, ເຕັກໂນໂລຊີ ສາມາດສືບຕໍ່ສະໜັບສະໜູນ ສປປ ລາວພວກຂ້າພະເຈົ້າ ໃນການປະຕິບັດໂຄງການ
ພັດທະນາຕ່າງໆ ເປັນຕົ້ນດ້ານໂຄງລ່າງ ແລະທຶນຮອນແນໃສ່ບັນລຸເປົ້າໝາຍ ການພັດທະນາປະເທດຂອງ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນ
ວ່າໂຄງການທາງລົດໄຟ ລາວ-ຈີນ ທີ່ເປັນຜົນສໍາເລັດຂໍ້ລິເລີ່ມ"ໜຶ່ງແລວທາງ ໜຶ່ງເສັ້ນທາງ" ຈະປະກອບສ່ວນຢ່າງແຂງ ແຮງໃຫ້ ສປປ
ລາວ ສາມາດເຊື່ອມຈອດດ້ານການປະສານງານທາງນະໂຍບາຍ, ດ້ານພື້ນຖານ ໂຄງລ່າງ, ດ້ານເສດຖະກິດ, ການຄ້າທີ່ສະດວກ, ການເຊື່ອມ
ໂຍງທາງເງິນທຶນ ແລະເຊື່ອມ ຄວາມສຳພັນໄມຕີລະຫວ່າງປະຊາຊົນ ກໍ່ຄືຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດ ເຊື່ອມຈອດ ກັບ
ບັນດາປະເທດໃກ້ຄຽງ ແລະພາກພື້ນ."

    ທ່ານ ບັນຍັງ ກ່າວຕື່ມວ່າ: ສປປ ລາວ ໝັ້ນໃຈຕໍ່ການຮ່ວມມືລະຫວ່າງ ລາວ-ຈີນພາຍໃຕ້ຂໍ້ລິເລີ່ມ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ແລະ
ຈະປະກອບສ່ວນ ສົ່ງເສີມການເຊື່ອມຈອດກັນຂອງອາຊຽນກໍຄືການພັດທະນາຂອງພາກພື້ນ. ​ໂດຍທ່ານ ກ່າວວ່າ:

"ສປປ ລາວ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ສະໜັບສະໜູນຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງ ເສັ້ນທາງ" ,ຕະຫລອດ3ປີທີ່ຜ່ານມາ, ສປປ
ລາວໄດ້ສາມາດປັບປຸງພື້ນຖານໂຄງລ່າງໂດຍນໍາ ໃຊ້ທ່າແຮງແລະແຫລ່ງທຶນຈາກຂໍ້ລິເລີ່ມຂອງ ສປ ຈີນ,ເຊັ່ນ:ກອງທຶນເສັ້ນທາງສາຍໄໝ, ທະ
ນາຄານ ເພື່ອການລົງທຶນພື້ນຖານໂຄງລ່າງອາຊີແລະອື່ນໆ.ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມ ການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງ
ການຕ່າງໆ ຕາມຄວາມສາມາດຂອງຕົນ ເພື່ອນຳຜົນປະໂຫຍດມາສູ່ພາກພື້ນ ແລະ ສົ່ງເສີມການເຊື່ອມຈອດກັນຂອງ ບັນດາປະເທດ ຕາມແລວ
ທາງ."

     ນອກ​ຈາກ​ນີ້, ທ່ານບຸນຍັງເຫັນວ່າ, ຂໍ້ລິເລີ່ມ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ຈະຊ່ວຍເພີ່ມເຮັດ ໃຫ້ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າ
ຂອງ ແລະ ຂະບວນການເຊື່ອມໂຍງອາຊຽນເຂົ້າເປັນ ອັນໜຶ່ງອັນດຽວໄດ້ຮັບການພັດທະນາໃຫ້ໄວຂຶ້ນ. ໂດຍທ່ານກ່າວວ່າ:

    "ຂອບການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງເປັນຂອບການຮ່ວມມືລະຫວ່າງບັນດາປະເທດແມ່ນ້ຳຂອງ 5 ປະເທດ: ກຳປູເຈຍ, ສປປ
ລາວ, ສສ.ມຽນມາ, ໄທ ແລະ ຫວຽດນາມ ຊຶ່ງເປັນສະມາຊິກອາຊຽນ ຮ່ວມກັບ ສປ ຈີນ. ສ່ວນຂະບວນການເຊື່ອມໂຍງອາຊຽນເຂົ້າເປັນອັນ
ໜຶ່ງອັນດຽວ ກໍ່ເປັນແຜນຂອງ ອາຊຽນ ແລະ ບັນດາຄູ່ຮ່ວມພັດທະນາລວມທັງ ສປ ຈີນ.ທັງສອງຂອບການຮ່ວມມືນີ້ ແມ່ນການຮ່ວມມືທີ່ແນ
ໃສ່ ການພັດທະນາຢູ່ແຕ່ລະປະເທດ ແລະ ມັນຊ່ວຍສົ່ງເສີມຊຶ່ງກັນແລະກັນແຕ່ບໍ່ແມ່ນການຮ່ວມມືທີ່ຕັດແຍກອອກຈາກກັນ. ຂໍ້ລິເລີ່ມ "ໜຶ່ງ
ແລວທາງໜຶ່ງເສັ້ນທາງ" ກໍ່ເປັນອັນຊ່ວຍເສີມທີ່ຈະເຮັດໃຫ້ສອງຂອບການຮ່ວມມືດັ່ງກ່າວ ໄດ້ຮັບການພັດທະນາໃຫ້ໄວຂຶ້ນ ໂດຍສະເພາະ
ແມ່ນການເຊື່ອມໂຍງຂອງບັນດາປະເທດໃນພາກພື້ນ ກໍ່ຄືລະຫວ່າງ ອາຊຽນ ແລະ ປະເທດແມ່ນ້ຳຂອງກັບ ສປ ຈີນ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ