ຈີນ​ຍິນ​ດີ​ຮ່ວມ​ກັບ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຜູ້​ໃໝ່​ຂອງ​ຟິລິບ​ປິນລົງ​ເລິກ​ພັດທະນາ​ການ​ພົວພັນ​ສອງ​ປະ​ເທດ
2017-05-12 12:07:45  cri 
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 11 ພຶດສະພາ​ນີ້,ທ່ານ​ເກີ​ງສວ້າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​​ອວຍພອນ​ທ່ານ​ກາ​ຢາ​ຕາ​ໂນ​ໃນ​ໂອກາດ​ໄດ້​ຮັບ​ຕຳ​ແໜ່​ງ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນ​​ໂດຍ​ກ່າວ​ວ່າ ຈີນ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໃຫ້​​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ.
ທ່ານ​ເກີ​ງສວ້າງ​ກ່າວ​ວ່າ,ພວກ​ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄວາມ​ອວຍພອນ​​ແລະ​ສະ​ແດງຄວາມຍິນ​ດີ​ທີ່ທ່ານ​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ຟິລິບ​ປິນ​ເຊິ່ງຈີນ​ຍິນ​ດີ​ຮ່ວມ​ກັບທ່ານ​ປະຕິບັດ​ຄວາມ​ເປັນ​ເອກະສັນ​ກັນ​ລະຫວ່າງ​ຜູ້ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໃຫ້​ດີ,ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ,ຊຸກຍູ້​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໃຫ້​ພັດທະນາ​​ເຂົ້າສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ,ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​ແລະ​ຊຸກຍູ້​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ພາກ​ພື້ນ.
ທ່ານ​​ເກີ​ງສວ່າງ​ຍັງ​ກ່າວ​ຕື່ມ​ວ່າ,ຢາ​ເສບ​ຕິດ​ແມ່ນ​ສັດຕູ​ຮ່ວມ​ຂອງ​ມະນຸດ,​ໂດ​ຍຈີນ​ໄດ້​ສະໜັບສະໜູນ​ທ່ານ​ປະທານາທິບໍດີ​ດູ​ເຕິ​ເຕ​ແລະ​ລັດຖະບານ​ຟິລິບ​ປິນຕໍ່ຕ້ານ​ອາ​ຊະ​ຍາ​ກຳ​​ຢາ​ເສບ​ຕິດຕາມ​ກົດໝາຍ,​ແລະ​ຫວັງ​ວ່າ​ປະຊາ​ຄົມ​ໂລກ​ຈະ​ເຄົາລົບ​ຂະ​ບວນການຕຸລາ​ການ​ຂອງ​ຟິລິບ​ປິນດ້ວຍ​ການ​ຮ່ວມ​ມື​​ແລະ​ສະ​ໜັບສະ​ໜູນ​ຄວາມ​ພະຍາຍາມ​ຂອງຟິລິບ​ປິນ​ໃນ​ການ​ຕໍ່ຕ້ານ​ອາ​ຊະຍາກຳ​ຢາ​ເສບ​ຕິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ