ທະ​ນາ​ຄານ​ຈີນສາ​ຂາ​ສິງ​ກະ​ໂປອະ​ນຸ​ມັດ 10 ຕື້​ໂດ​ລາ​ໜູນ​ໂຄງ​ການ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-12 10:46:33  cri 
ຕາມ​ຂ່າວCRI: ​ມາ​ຮອດ​ວັນ​ທີ 11 ພຶດ​ສະ​ພາ 2017, ທະ​ນາ​ຄານ​ຈີນ​ສາ​ຂາ​ສິງ​ກະ​ໂປ​ໄດ້​ປ່ອຍ​ເງິນ 9 ຕື້ກວ່າ​ໂດ​ລາ​ເຂົ້າ​ໃນ​ໂຄງ​ການ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ເງິນ​ຄ້ຳ​ປະ​ກັນ​ໂຄງ​ການ​ເກືອບ 1 ຕື້​ໂດ​ລາ ເຊິ່ງ​ ລວມ​​ແລ້ວ​ໄດ້ປ່ອຍ​ເງິນຫຼາຍກວ່າ 10 ຕື້​ໂດ​ລາ.

ທ່ານ​ຊິວ​ຈື້​ຄຸນ ຜູ້​ວ່າ​ການ​ທະ​ນາ​ຄານ​ຈີນ​ສາ​ຂາ​ສິງ​ກະ​ໂປ​ກ່າວ​ວ່າ, ທະ​ນາ​ຄານ​ຕົນ​ຈະ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​​ສາ​ກົນ​ຂອງ​ຕົນ​ແລະ​ທ່າ​ແຮງ​ທີ່​ເປັນ​ສູນ​ກາງ​ທະ​ນາ​ຄານ​ໂລກ​ຂອງ​ສິງ​ກະ​ໂປ ເພື່ອຕັ້ງ​ໜ້າ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ດ້ານ​ຜະ​ລິດ​ຕະ​ພັນ​ແລະ​ກາ​ນ​ບໍ​ລິ​ການ ລວມ​ທັງ​ການ​ຊ່ວຍສັງ​ຄົມ, ຮັບ​ໃຊ້​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ສິງ​ກະ​ໂປ ຂະ​ນະ​ດຽວ​ກັນ​ກໍ​ຈະພະ​ຍາ​ຍາມ​ພັດ​ທະ​ນາ​ທະ​ນາ​ຄານ​ຕົນ​ໃຫ້​ເປັນ​ທະ​ນາ​ຄານ​ນຳ​ໜ້າ​ໃນ​​ການ​ດຳ​ເນີນທຸ​ລະ​ກິດ​ເງິນຢວນ​ຈີນ ແລະ​ ມີ​ຊື່​ສຽງ​ໃນ​ການ​ຮັບ​ໃຊ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ທະ​ນາ​ຄານ​ຈີນ​ໄດ້​ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ສືບ​ຕໍ່​ສ້າງ​ລະ​ບົບ​ບໍ​ລິ​ການ​ດ້ານ​ການ​ທະ​ນາ​ຄານ​ທົ່ວ​ໂລກ​ແບບ​ຄົບ​ວົງ​ຈອນ ແລະ​ສະ​ໜັບ​ສະ​ໜູນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້ຢ່າງ​ແຂງ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ