ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-​ຫວຽດ​ນາມ​ໃກ້​ຊິ​ຮອດ 100 ຕື້​ໂດ​ລາ
2017-05-13 14:35:26  cri 
ວັນ​ທີ 12 ພຶດ​ສະ​ພານີ້, ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຈ້ງ​ໃຫ້​ຮູ້​ວ່າ​: ຊຸມ​ປີມໍ່ໆ​ມານີ້,ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ,ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ຢ່າງ​ລຽນ​ຕິດ,ປະ​ຈຸ​ບັນ​ກຳ​ລັງ​ກ້າວ​ເຂົ້າ​ສູ່​ລະ​ດັບ 100 ຕື້​ໂດ​ລາ​ສະ​ຫະ​ລັດ.

ໃນ​ເວ​ທີ​ປຶກ​ສາ​ຫາ​ລື,ທ່ານ​ສຽນ​ເຄີ້​ໝີງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ແນະ​ນຳ​ໃຫ້​ຮູ້​ວ່າ:ປີ 2016,ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໄດ້ບັນ​ລຸເຖິງ 98 ຕື້ 200 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່. ປະ​ຈຸ​ບັນ,ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ,ຍັງ​ເປັນ​ຕະ​ຫຼາດສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່ໃຫຍ່​ທີ່​ສຸດຂອງ​ຫວຽດ​ນາມ, ຈີນ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຫວຽດ​ນາມ​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸ​ດຢັ້ງ,ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ດຸນ​ດ່ຽງ​ກັນ​ກວ່າ​ເກົ່າ.

ທ່ານ​ຫງວຽນ​ຈິ​ດຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ​ແລະ​ການລົງ​ທຶນຫວຽດ​ນາມ​ກ່າວ​ວ່າ: ຊຸມ​ປີມໍ່ໆ​ມານີ້,ຫວຽດ​ນາມ​ໄດ້​ສຸມ​ກຳ​ລັງ​ໃສ່​ເຂົ້າ​ໃນ​ການ​ປັບ​ປຸງ​ລະ​ບົບ​ເສດ​ຖະ​ກິດ​ຕະ​ຫຼາດແລະ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ການ​ທຸ​ລະ​ກິດ​ໃຫ້​ສົມ​ບູນ​ແບບ,ແລະ​ດຶງ​ດູດ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ມາ​ລົງ​ທຶນ​ຫຼາຍກວ່າ​ເກົ່າ. ປະ​ຈຸ​ບັນ​ນີ້,ໄດ້​ມີ​ວິ​ສາ​ຫະ​ກິດ​ຈີນ​ຈຳ​ນວນ​ຫຼວງ​ຫຼາຍ​ໄປ​ລົງ​ທຶນສ້າງ​ການ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ,ນັບ​ລວມ​ແລ້ວ​ມີ​ເຖິງ 11 ຕື້ 200 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ຫວຽດ​ນາມ. ເສດ​ຖະ​ກິດ​ຫວຽດ​ນາມ​ແລະ​ຈີນມີ​ຄວາມ​ສະ​ໜັບ​ສະ​ໜູນ​ກັນຫຼາຍ,ຫວັງ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ທີ່​ເຂັ້ມ​ແຂງ​ຫຼາຍກວ່າ​ເກົ່າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ.

ຂໍ້​ມູ​ນ​ສະ​ຖິ​ຕິ​ຈາກ​ກົມ​ໃຫຍ່​ດ່ານ​ພາ​ສີ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ:ປີ 2016,ຈີນ​ໄດ້​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຫວຽດ​ນາມ​ມູນ​ຄ່າ 37 ຕື້ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ,ເພື່ອ​ຂຶ້ນ​ຫຼາຍກວ່າ​ປີ​ກ່ອນ 24,5%; ແລະ​ໄດ້​ສົ່ງ​ອອກ​ສິນ​ຄ້າ​ໄປ​ຂາຍ​ຢູ່​ຫວຽດ​ນາມ​ມູນ​ຄ່າ 61 ຕື້ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ. ຫວຽດ​ນາມ​ໄດ້ຫຼາຍກວ່າ​ມາ​ເລ​ເຊຍ​ແລະ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ໃນ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ