ທ່ານ​ຮຸນ​ແຊນ ນາຍົກ​ກຳປູ​ເຈຍ​ກ່າວ​ວ່າ: ຂໍ້​ລິ​ເລີ່​ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ສອດຄ່ອງ​ກັບ​​ແຜນການ​ພັດທະນາ​ຂອງ​ກຳປູ​ເຈຍ
2017-05-13 16:20:07  cri 
ຕາມ​ຂ່າວCRI: ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການຮ່ວມມື​ສາ​ກົນ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ໄວໆ​ນີ້. ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ​ຈະ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ດັ່ງກ່າວ, ​ແລະ​ຢ້ຽມຢາມຈີນຢ່າງ​ເປັນ​ທາງ​ການ​. ກ່ອນ​ຈະ​ອອກ​ເດີນທາງ, ທ່ານ​ຮຸນ​ແຊນ​ກ່າວ​ໃນ​ເວລາ​ໃຫ້​ສຳພາດຮ່ວມທາງ​ລາຍ​ລັກ​ອັກສອນ​ຕໍ່ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI, ຂ່າວສານ​ຊິນ​ຮວາ, ໜັງສືພິມ"ເຢີນໝິນຢື້ປ້າວ"ແລະ​ໜັງສືພິມ​ຊາວ​ໜຸມຈີນວ່າ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເອົາ​ໃຈ​ໃສ່​ນຳ​ການ​ປະສານ​ງານ​ດ້ານ​ນະ​​ໂຍບາຍ​ການ​ພັດທະນາ​ລະຫວ່າງບັນດາ​ປະ​ເທດຄູ່ຮ່ວມມື​​ບົນ​ພື້ນຖານ​ທີ່​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ​ເຊິ່ງ​ໄດ້​ສອດຄ່ອງ​ກັບ​ແຜນການ​ພັດທະນາ​ຂອງ​ກຳປູ​ເຈຍເປັນ​ຢ່າງ​ດີ.

ທ່ານ​ຮຸນ​ແຊນ​ກ່າວ​ວ່າ, ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ຈະສະໜອງ​ໂອກາດອັນໜຶ່ງໃຫ້​ແກ່ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ເພື່ອປະກອບຄວາມ​ເຫັນ, ​ເພີ່ມ​ທະວີ​ການ​ຕິດຕໍ່​ກັນ​ແລະ​ຮັດ​ແໜ້ນ​ການ​ພົວພັນ​ກັນ, ​ເຊິ່ງຈະ​ມີຜົນດີຕໍ່ການເຮັດ​​ໃຫ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ຮັບ​ການ​ປະຕິ​ບັດ​ຕື່ມ​ອີກ. ທ່ານ​ຮຸນ​ແຊນ​ກໍ​ຈະ​ກ່າວ​ປາຖະກະຖາ​ທີ່​ມີ​ຫົວ​ຂໍ້​ວ່າ "ຊຸກຍູ້​ກຳລັງ​ແຮງຮ່ວມ​ດ້ານ​ນະ​ໂຍບາຍ​" ​ແລະ "​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ກັນ​ລະຫວ່າງ​ປະຊາຊົນ" ​ໃນ​ເວທີ​ປຶກສາ​ຫາລື.

​ໃນ​ການ​ສຳພາດ​, ທ່ານ​ຮຸນ​ແຊນ​ໄດ້​ຕີ​ລາຄາ​​ສູງ​ຕໍ່​ຄວາມ​ໝາຍ​ອັນສຳຄັນ​ຂອງຂໍ້​ລິເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ທີ່ມີຕໍ່ການ​ພັດທະນາ​ຮ່ວມ​ລະຫວ່າງ​ກຳປູ​ເຈຍ​ກັບ​ຈີນ​ຈາກ​. ທ່ານ​ກ່າວ​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ມີຈຸດພິເສດອັນໜຶ່ງຄື, ​ເອົາ​ໃຈ​ໃສ່​ນຳ​ການ​ປະສານ​ງານ​ດ້ານ​ນະ​​ໂຍບາຍ​ການ​ພັດທະນາ​ລະຫວ່າງບັນດາ​ປະ​ເທດຄູ່ຮ່ວມມື​ບົນພື້ນຖານທີ່ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ. ເວົ້າສໍາລັບກຳປູ​ເຈຍແລ້ວ, ຂໍ້​ລິ​ເລີ່​ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ສອງ​ຄ່ອງ​ກັບ​ແຜນການ​ພັດທະນາ​ຂອງກຳປູ​ເຈຍ​ເປັນຢ່າງ​ດີ.

ປີ 2018 ​ແມ່ນປີ​ທີ່ກໍາປູເຈຍກັບຈີນສ້າງສາຍພົວພັນ​ທາງ​ການ​ທູດ​ຄົບຮອບ 60 ປີ​, ທ່ານ​ຮຸນ​ແຊນ​ກ່າວ​ວ່າ: "​ໃນ 60 ປີທີ່​ຜ່ານ​ມາ, ການ​ຮ່ວມ​ມື​ລະຫວ່າງ​ກຳປູ​ເຈຍ​ກັບ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ອຸດົມສົມບູນ, ຂ້າພະ​ເຈົ້າຫວັງ​ວ່າ​ກຳປູ​ເຈຍ​ກັບ​ຈີນ​ຈະ​ສືບ​ຕໍ່​ກ້າວ​ໄປ​ໜ້າ, ​​ເຮັດ​ໃຫ້​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າ​ເກົ່າ.​"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ