ເວທີ​ປຶກສາຫາລືການຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຈີນ​-ຫວຽດນາມ 2017 ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ທ່ານວ່າງ​ຢາງ ຮອງ​ນາຍົກລັດຖະມົນຕີຈີນ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ
2017-05-13 16:49:13  cri 
ຕາມ​ຂ່າວCRI: ວັນ​ທີ 12 ພຶດສະພາ​ນີ້​, ທ່ານ​ວ່າງ​ຢາງ, ຮອງ​ນາ​ຍົກລັດຖະມົນຕີ​ຈີນ​ກັບ​ທ່ານ​ຈັນ ດາ​ຍ ກວາງ, ປະທານ​ປະ​ເທດ​ຫວຽດນາມ​ທີ່​ເດີນທາງ​ມາ​ຢ້ຽມ ຢາມ​ຈີນ​​ໄດ້​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລືການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ​ຈີນ​-ຫວຽດນາມ 2017 ​ແລະ​ໄດ້​ກ່າວ​ຄຳ​ປາ​ໄສ.

ທ່ານ​ວ່າງ​ຢາງ​ກ່າວ​ວ່າ, ​ໃນຊຸມ​ປີ​ມໍ່ໆມາ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​​ຫວຽດນາມ​ມີ​ທ່ວງທ່າ​ຢ່າງ​ດີ, ຂະໜາດ​ແລະ​ລະດັບ​ຂອງ​ການ​ລົງທຶນ​ແລະການ​ຄ້າ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງ​ຕໍ່​ເນື່ອງ, ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໄດ້ດຳເນີນໄປຢ່າງສະດວກກວ່າເກົ່າ. ຈີນ​ກັບ​ຫວຽດນາມ​ຄວນ​ປະຕິບັດ​ຄວາມຮັບຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ຕ່າງໆ​ລະຫວ່າງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງກັບ​ຜູ້ນຳ​ຫວຽດນາມ​ໃຫ້​ດີ, ຊຸກຍູ້​ໃຫ້ກາ​ນຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​​ລະດັບ​ໃໝ່. ຈີນ​ຍິນ​ດີ​​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​​ດ້ານ​ຍຸດ​ທະ​ສາດ​​ການ​ພັດທະນາກັບຫວຽດ ນາມ, ຍົກ​ສູງ​ລະດັບ​ການ​ຄ້າ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ຜະລິດ​ແລະ​ກາ​ນລົງທຶນ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານການ​ສຶກສາ, ສາທາລະນະສຸກ, ວັດທະນະທຳ, ກະສິກຳ​ແລະ​ການທ່ອງທ່ຽວ, ສ້າງ​ຄວາມສຸກໃຫ້​ແກ່​ປະຊາຊົນ​ສອງຊາດຫຼາຍກວ່າເກົ່າ.

ທ່ານ​ຈັນ ດາຍ ກວາງ​ກ່າວ​ວ່າ, ຫວຽດນາມ​ກັບ​ຈີນ​ແມ່ນ​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີສາຍພູສາຍນ້ຳຕິດຈອດກັນ, ການພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ມູນ​ເຊື້ອ​ຢ່າງ​ຍາວ​ນານ.ຫວຽດນາມ​ເອົາ​ໃຈ​ໃສ່ນຳການຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ​ກັບ​ຈີນ, ຈະ​ຕັ້ງໜ້າ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ໃຫ້​ດີກ​ວ່າ​ເກົ່າ, ອຳນວຍຄວາມ​ສະດວກ​​ໃຫ້ແກ່​ວິ​ສາ​ຫະກິດ​​ຈີນ​ໃນການ​ເປີດ​ກວ້າງ​ການ​ຮ່ວມມື​ດ້ານ​ການ​ລົງທຶນ​ຢູ່​ຫວຽດນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ