ກອງ​ປະ​ຊຸມ​ສຸດຍອດອາ​ຊຽນ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ສຸມໃສ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ
2017-05-13 17:53:44  cri 
ກອງ​ປະ​ຊຸມ​ສຸດຍອດອາ​ຊຽນ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ສຸມໃສ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ

ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ໃນ​ກອງ​ປະ​ຊຸມ​ສຸດ​ຍອດອາ​ຊຽນ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປີ 2017 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ, ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນກາຍ​ເປັນ​ຫົວ​ຂໍ້​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍກວ່າ​ໝູ່. ຜູ້​ຮ່ວມ​ປະ​ຊຸມ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ກັບ​ພາກ​ສ່ວນ​ເອ​ກະ​ຊົນ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງກວ້າງ​ຂວາງ, ຊຸກ​ຍູ້​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ພາກ​ພື້ນ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ.

ກອງ​ປະ​ຊຸມ​ສຸດຍອດ​​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 12 ພຶດ​ສະ​ພາ​ນີ້, ບຸກ​ຄົນ​ຈາກ​ວົງ​ການ​ການ​ເມືອງ, ວົງ​ການການ​ຄ້າ​ແລະ​ພົນ​ລະ​ເຮືອນ​ 700 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເທື່ອ​ນີ້.

ໃນ​ກອງ​ປະ​ຊຸມ​ສຸດ​ຍອດ, ທ່ານ​ຮຸນ​​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ທີ່​ຈີນ​ສະ​ເໜີ​ອອກ​ນັ້ນ ໄດ້​ນຳ​ເອົາ​ຄວາມ​ຫວັງ​ໃຫ້​ແກ່​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ, ທະ​ນາ​ຄານ​ການລົງ​ທຶນ​ອາ​ຊີ​ແລະ​ກອງ​ທຶນ​ເສັ້ນ​ທາງ​ສາຍໄໝ ຈະ​ອຳ​ນວຍ​​ຄວາມຊ່ວຍ​ເຫຼືອ​ດ້ານ​ເງິນ​ທຶນ​​ອັນ​ໃໝ່​ໃຫ້​ແກ່​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງບັນ​ດາ​ປະ​ເທດ​ທ່​ກ່ຽວ​ຂ້ອງ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ອາ​ຊຽນ.

ທ່ານ​ຈີ່ນ​ລີ້​ຊຸນ ປະ​ທານ​ລວມ​ຂອງກອງ​ປະ​ຊຸມ​ສຸດຍອດອາ​ຊຽນ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ ປະ​ທານ​ທະ​ນາ​ຄານ​ການ​ລົງ​ທຶນ​ອາ​ຊີ​ກ່າວ​ວ່າ, ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ 10 ປະ​ເທດ​ອາ​ຊຽນ, ທະ​ນາ​ຄານ​ການ​ລົງ​ທຶນ​ອາ​ຊີ​ຈະ​ອຳ​ນວຍ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ທະ​ນ​າ​ຄານ​ແລະ​ເຕັກ​ນິກ​ໃຫ້​ແກ່​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊ​ຽນ. ທ່ານ​ກ່າວ​ວ່າ, ການ​ລົງ​ທຶນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ສາ​ມາດ​ສ້າງ​ຄຸນ​ຄ່າ​ເສດ​ຖະ​ກິດ​ສູງ​, ແຕ່​ຖ້າ​ບໍ່​ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ, ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຈຳ​ນວນ​ໜຶ່ງ ອາດ​ຈະ​ກາຍ​ເປັນ​ຊັບ​ສິນ​ທີ່​ທັງ​ແພງ​ທັງ​ໄຮ້​ປະ​ໂຫຍດ. ມາດ​ຖານ​ໃນ​ການ​ພິ​ຈາ​ລະ​ນາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ ບໍ່​ພຽງ​ແຕ່​ຢູ່​ບ່ອນ​ວ່າ ມັນ​​ສາ​ມາດ​ສ້າງ​ຜົນ​ສະ​ທ້ອນ​ໃຫ້​ປະ​ເທດ​ນັ້ນ​ໄດ້​ຫຼື​ບໍ່, ຍັງ​ຕ້ອງ​ເບີ່ງວ່າ ມັນ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ