ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ​ຈີນຂອງປະ​ເທດ​ຕ່າງໆ​ໃນອາ​ຊຽນ​​​ບັນ​ລະ​ຍາຍນ້ຳ​ໃຈ​ເສັ້ນ​ທາງ​ສາຍ​ໄໝ​ດ້ວຍ​ສຸ​ພາ​ສິດຂອງ​ປະ​ເທດ​ຕົນ
2017-05-14 17:35:10  cri 

ຕາມ​ຂ່າວ CRI: ໃນ​ໂອ​ກາດ​ທີ່ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ປະ​ເທດ​ຕ່າງໆ​ໃນອາ​ຊຽນ​​ໄດ້​​ບັນ​ລະ​ຍາຍ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ແລະ​ນ້ຳ​ໃຈ​ເສັ້ນ​ທາງ​ສາຍ​ໄໝ​ດ້ວຍ​ສຸ​ພາ​ສິດ​ຂອງ​ປະ​ເທດ​ຕົນ​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI.

ທ່ານ​ນາງວັນ​ດີ ບຸດ​ທະ​ສະ​ວົງ ໄດ້​​ນຳ​ເອົາ​ຄຳ​ສຸ​ພາ​ສິ​ດ​ຂອງ​ລາວ​ເວົ້າ​ວ່າ: "ໄມ້​ລຳ​ດຽວ​ລ້ອມ​ຮົ້ວ​ບໍ່​ຄວ່າຍ, ໄພ່​ບໍ່​ພ້ອມ ແປງ​ບ້ານ​ບໍ່​ເຮືອງ". ​ໂດຍ​ກ່າວ​ວ່າ, ນີ້​ກໍ​ຄື​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ບັນ​ດາ​ປະ​ເທດ​ຕາມ​ແລວ​ທາງ​ຮ່ວມ​ແຮງ​ຮ່ວມ​ໃຈ, ອຸ​ທິ​ກຳ​ລັງ​ຢ່າງ​ຈິງ​ໃຈ​ຈຶ່ງ​ຈະ​ສາ​ມາດ​ຈະ​ເນີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

ທ່ານ​ນາງເຄັກ​ໄຄ​ເມ​ລີ ຊິ​ໂຊ​ດາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ກຳ​ປູ​ເຈຍ​ປະ​ຈຳ​ຈີນ​ຢືນ​ຢັນ​ວ່າ ​ສຸ​ພາ​ສິດ​ກຳ​ປູ​ເຈຍ​ທີ່​ຕົນ​ມັກ​ທີ່​ສຸດກໍ​ຄື" ບ່ອນ​ໃດ​​ມີ​ທາງ,ບ່ອນ​ນັ້ນ​ກໍ​ຈະມີ​ການ​ພັດ​ທະ​ນາ. " ນາງກ່າວ​ວ່າ: ຈີນ​ໄດ້​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ຢ່າງຫຼວງຫຼາຍ​ໂດຍ​ເຫັນ​ໄດ້​ຈາກ​ການ​ສ້າງ​ຂົວ,ເສັ້ນ​ທາງ,ໂຮງ​ຮຽນ,ໂຮງ​ໝໍ​ແລະ​ເຂື່ອ​ນ​ໄຟ​ຟ້າ​ນ້ຳ​ຕົກ ເພື່ອ​ຊ່ວຍ​ພັດ​ທະ​ນາ​ປະ​ເທດ​ກຳ​ປູ​ເຈຍ. ທັງ​ນີ້​ກໍ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ທີ່​ທ່ານ​ສີ​ຈິ້​ນ​ຜິງ​ ປະ​ທານ​ປະ​ເທດ​ຈີນ​ສະ​ເໜີ​ອອກ​ມາ.

ທ່ານ​ຊູ​ເກງ ຮາ​ຮາ​ໂຈ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ​ສຸ​ພາ​ສິດ​ອິນ​ໂດ​ເນ​ເຊຍ​ຄຳ​ໜຶ່ງ​ກົງ​ກັບ​ຈິດ​ໃຈ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ທີ່​ສຸດ ນັ້ນ​ກໍ​ຄື "ຄວາມ​ສາ​ມັກ​ຄີ​ພາ​ໃຫ້​ມີ​ກຳ​ລັງແຮງ" ແລະ​ຊາວ​ອິນ​ໂດ​ເນ​ເຊຍ​ມັກ​ໃຊ້​ສຸ​ພາ​ສິດ​ນີ້​​ເລື້ອຍໆ​ໃນ​ເວ​ລາ​ວາງ​ແຜນ​ອະ​ນາ​ຄົດ. ທ່ານ​ເຫັນ​ວ່າ ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ກໍ​ແມ່ນ​ລະ​ດົມ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ສາ​ມັກ​ຄີ​ກັນ​ເພື່ອ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

​ສິ່ງ​ທີ່​ໜ້າ​​ເອີ່ຍ​ເຖິງ​ນັ້ນ​ກໍ​ຄື, ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານພິ​ຣິ​ຍະ ເຂັມ​ພົນ ເອກ​ອັກ​ຄະ​ລາ​ຊະ​ທູດ​ໄທ​ປະ​ຈຳ​ຈີນ​ກໍ​ໄດ້​ກ່າວ​ເຖິງ​ສຸ​ພາ​ສິດ​ໄທ​ທີ່​ຄ້າຍໆ​ກັນ​ຄື "ຄວາມ​ສາ​ມັກ​ຄີ​ຄື​ພະ​ລັງ​ແຮງ"​. ທ່ານ​ກ່າວ​ວ່າ: ​ພະ​ລັງ​ແຮງ​ຂອງນີ້ວ​ມື​ນີ້ວ​ດຽວ​ມັນ​ບໍ່​​ມີ​ພະ​ລັງ, ມີ​ແຕ່​ກຳ​​ເຂົ້າເປັນ​ກຳ​​ປັ້ນ​ຈິ່ງ​ມີ​ພະ​ລັງ​ແຮງ,ມີ​ແຕ່​​ຄວາມສາ​ມັກ​ຄີ​​ເທົ່າ​ນັ້ນ​ຈິ່ງ​ຈະ​ມີ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ.

  ທ່ານ​ດາງ​ມິນ​ຄອຍ  ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຈີນ​ກໍ​ໄດ້​ນຳ​ເອົາ​ກະ​ວີ​ບົດ​ໜຶ່ງ​ຂອງ​ທ່ານ​ປະ​ທານ​ໂຮ​ຈີ​ມິນ​ທີ່​ຕົນ​ມັກ​ມາ​ສະ​ແດງ​ຄວາມ​ຄິດ​ຂອງ​ຕົນກໍ​ຄື ເດີນ​ທາງ​ໄກ​ແລ້ວ​ຈິ່ງ​ຮູ້​ວ່າ​ເດີນ​ທາງ​ຍາກ, ເໜືອ​ຟ້າ​ຍັງ​ມີ​ຟ້າ. ເມື່ອ​ຂຶ້ນ​ຮອດ​ຈອມ​ພູ​ສູງ​ສຸດ​ແ​ວ້ວ,ຈິ່ງ​ຈະ​ເຫັນ​ແຜ່ນ​ດິນ​ທີ່ກວ້າງ​ໃຫຍ່​ໄພ​ສານ. ເນື່ອງ​ໃນ​ໂອ​ກາດ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສ​າ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ທ່ານ​ດາງ​ມິນ​ຄອຍ​ໃຊ້​ບົດ​ກະ​ວີ​ບົດ​ນີ້ອວຍ​ພອນ​ໃຫ້​ກອງ​ປະ​ຊຸມ​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດແລະ​ອວຍ​ພອນ​ໃຫ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈົ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕາມ​ແລວ​ທາງແລະ​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ