ປະ​ມຸກ​ລັດ​ປະ​ເທດ​ຕ່າງໆ​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-14 15:57:06  cri 
​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 14 ເດືອນ​ນີ້, ປະ​ມຸກ​ລັດຫຼາຍ​ປະ​ເທດ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີໄຂ​ກອງ​ປະ​ຊຸມ​.
ທ່ານ​ວະ​ລາ​ຕີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ຄຳ​ປາ​ໄສວ່າ, ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ-ເອີ​ລົບ​ຕັ້ງ​ໜ້າ​ສະ​ໜູບ​ສະ​ໜູນ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ຂໍ້​ສະ​ເໜີ​ທີ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ສະ​ເໜີ​ອອກ​ມາ​ແມ່ນ​ທັນ​ການ​ທີ່​ສຸດ ແລະ​ໄດ້​ສ່ອງ​ແສງ​ເຖິງ​ທ່າ​ທີ​ປ​ະ​ດິດ​ສ້າງ​ຂອງ​ຈີນ​ຕໍ່​ບັນ​ຫາ​ເຊື່ອມ​ໂຍງ​ເຂົ້າ​ກັນ.

ທ່ານ​ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣດ​ສ໌ ເລ​ຂາ​ທິ​ການ​ໃຫຍ່​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ລ້ວນ​ແຕ່​ຖື​ເອົາ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເປັນ​ເປົ້າ​ໝາຍ, ລ້ວນ​ແຕ່​ມີ​ເຈດ​ຕະ​ນາ​ສະໜອງ​ໂອ​ກາດ, ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ເພື່ອ​ເຮັດ​ໃຫ້​ປະ​ເທດ​ທີ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ບົ່ມ​ຊ້ອນ​ທີ່​ກຳ​ເນີດ​​ຈາກ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ແມ່ນ​ສຳ​ຄັນ​ທີ່​ສຸດ.

ທ່ານ​ຣີ​ເຊບ ໄຕ​ຢິບ ເອ​ໂດ​ກັນ ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ​ກ່າວ​ວ່າ, ເຊື່ອ​ວ່າ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຍ່ອມ​ຈະ​ກາຍ​ເປັນ​ເສັ້ນ​ທາງ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ຝ່າຍ​ທີ່​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ ແລະ​ຕວກ​ກີ​ຈະ​ເຂົ້າ​ຮ່ວມ​ແລະ​ສະ​ໜັບ​ສະ​ໜູນ​ການ​ສ້າງ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢ່າງ​ສຸດ​ຂີດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ