ນາ​ຍົກ​ຈີນ​ພົບ​ປະ​ປະ​ທານ​ປະ​ເທດ​ລາວ
2017-05-14 16:00:11  cri 
ຕາມ​ຂ່າວCRI: ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສ​ປ ​ຈີນ​ໄດ້​ພົບ​ປະ​ທ່ານ​ບຸນ​ຍັງ ວໍ​ລະຈິດ ປະ​ທານ​ປະ​ເທດ​​ແຫ່ງ ສ​ປ​ປ ລາວ ທີ່​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຫໍສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ​ໃນ​ຕອນ​ບ່າຍ​ວັນ​ທີ 13 ເດືອນ​ນີ້.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ, ຈີນ​ແລະ​ລາວ​ມີ​ມູນ​ເຊື້ອ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ມາ​ແຕ່​ດົນ​ນານ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ພວກ​ເຮົາ​ຍິນ​ດີ​ເອົາຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊື່ອມ​ຕໍ່​ກັບຍຸດ​ທະ​ສາດ "ຫັນ​ປະ​ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​ທາງ​ຜ່ານ​ຂອງ​ພາກ​ພື້ນ" ແລະ​ຮັບ​ປະ​ກັນ​ໃຫ້​ໂຄງ​ການ​ທາງ​ລົດ​ໄຟ​​ລາວ-ຈີນ, ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຊາຍ​ແດນ ແລະ​ໂຄງ​ການ​ອື່ນໆ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ສະ​ດວກ. ຈີນ​ເອົາ​ໃຈ​ໃສ່​ລາວ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ວຽກ​ງານ​ພາກ​ພື້ນ, ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັບ​ລາວ​ພາຍ​ໃຕ້​ການ​ພົວ​ພັນ​ຈີນ-ອາ​ຊຽນ ແລະ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ພາກ​ພື້ນ​ໄດ້​ດີກວ່າ​ເກົ່າ.

ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ກ່າວ​ວ່າ, ລາວ​ແລະ​ຈີນ​ເປັນຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ. ລາວ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ຂັ້ນ​ສູງ​ກັບ​ຈີນ​ຢ່າງ​ແໜ້ນ​ແຟ້ນ ແລະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖ​ະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ​ອື່ນໆ, ເລັ່ງ​ການ​ກໍ່​ສ້າງ​ໂຄງ​ການ​ສຳ​ຄັນ​ຕ່າງໆ ເຊັ່ນ ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ຕົ້ນ. ເຊື່ອ​ວ່າ ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລາວ-ຈີ​ນ​ຍ່ອມ​ຈະ​ໄດ້​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ