ນາ​ຍົກ​ໄທ​ຢືນ​ຢັນ​ສະ​ໜັບ​ສະ​ໜູນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​
2017-05-15 15:12:43  cri 
ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຢືນ​ຢັນ​ກ່ອນ​ໜ້າ​ນີ້​ບໍ່​ດົນ​ວ່າ: ຍຸດ​ທະ​ສາດ​ແລວ​ທາງ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ​ສອດ​ຄ່ອງໃນ​ລະ​ດັບ​ສູງ​ກັບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ທີ່​ສະ​ເໜີ​ໂດຍ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​​ແລະນີ້​ກໍ​ຄື​​ເຫດ​ຜົນສຳ​ຄັນ​ທີ່​ໄທ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ​ກັບ​ຈີນ​ແລະ​ປະ​ເທດ​ອື່ນໆ​ທັງ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​.

ທ່ານ​ປ​ຣະ​ຍຸດ​ຈັນ​ໂອ​ຊາ​ເນັ້ນ​ວ່າ ສິ່ງ​ທີ່​ສາມ​າດ​ຢືນ​ຢັນ​ໄດ້​ຄື ໄທ​ເປັນ​ປະ​ເທດ​ທີ່​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ ແລະ​ເຊື່ອມ​ຕໍ່​ບັນ​ດາ​ຕະຫຼາດ​ໃຫຍ່​ໃນ​ໂລກ​ໂດຍ​ຜ່ານ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ ຈາກ​ນີ້​ຈິ່ງ​ຫວັງ​ວ່າ ບັນ​ດາ​ຝ່າຍ​ຈະ​ເອົາ​ໃຈ​ໃສ່​ທັງ​ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​. ນອກ​ນີ້, ການເຊື່ອມ​ຕໍ່​ກັບ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ມັນ​ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ໄທ​ທີ່​ຫວັງ​ຈະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັນ​ໃນ​ພາກ​ພື້ນ​ແລະ​ສ້າງ​ໄທ​ໃຫ້​ເປັນ​ໃຈ​ກາງ​ຂອງ​ພາກ​ພື້ນ. ລັດ​ຖະ​ບານ​ໄທ​ສຸມ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັບ​ຄູ່​ຄ້າ​ສຳ​ຄັນ​ເພື່​ອ​ເຮັດ​ໃຫ້​ປະ​ເທດ​ຕົນ​ມີ​ກຳ​ລັງ​ແ​ກ້ງ​ແຍ້ງ​ໃນ​ໄລ​ຍະ​ຍາວ​ໃຫ້​ເຂັ້ມ​ແຂງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ