ຈີນ​ພິມ​ຈຳ​ໜ່າຍ​ປຶ້ມ​ຮູບ​ການ​ຊ່ວຍ​ເຫຼື​ອ​ລາວຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ
2017-05-15 15:19:02  cri 
ພິ​ທີ​ນຳ​ສະ​ເໜີ​ປຶ້ມ​ຮູບ "ນ້ຳ​ໃຈ​ທະ​ຫານ​ໃນ​ສະ​ໜາມ​ຮົບ"​​ກ່ຽວ​ກັບ​​ການ​ຊ່ວຍ​ລາວ​ຕໍ່​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ໃນ​ປາງ​ສົງ​ຄາມເຫຼັ້ມ​ທຳ​ອິດ​​ເຊິ່ງ​ພິມ​ຈຳ​ໜ່າຍ​ໂດຍ​ພາກ​ເອ​ກະ​ຊົນ​ຈີນ​ນັ້ນ​ໄດ້​ຈັດ​ຂຶ້ນ​ໃນ​ຄືນ​ວັນ​ທີ 14 ພຶດ​ສະ​ພາ​ນີ້​ຢູ່​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ ແຂວງ​ເສ​ສວນ ສ​ປ ຈີນ.

ປຶ້ມ​ດັ່ງ​ກ່າວ​​ໄດ້​ບັນ​ທຶກ​​ຮູບ​ພາບ​ແລະເນື້ອ​ໃນສົງ​ຄາມ​ທີ່​ເກີດ​ຂຶ້ນ​ຢູ່​ລາວ​ເມື່ອ​ກ່ອນ​ໜ້າ​ນີ້ 46 ປີ. ທັງ​ນີ້,ໃນຊຸມ​ປີ 1960ຫາ​ຊຸມ​ປີ1970 ເນື່ອງ​ຈາກສະ​ຖາ​ນະ​ການ​ສາ​ກົນ​ມີ​​ການ​ຜັນ​ແປ​ ແລະ​ເພື່ອຕອບ​ສະ​ໜອງ​​ຕາມຄວາມ​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ​ລາວ, ລັດ​ຖະ​ບານ​ຈີນໄດ້​ສົ່ງ​​ທະ​ຫານ​ຊ່າງ​ແສງ​ 110.000 ກວ່າ​ຄົນ​ໄປກໍ່​ສ້າງ​ທາງຫຼວງ​ຢູ່​ພາ​ກ​ເໜືອ​ລາວ. ແຕ່​ເດືອນ​ມີ​ນາ​ປີ 1969 ຫາ​ເດືອນ​ພະ​ຈິກ​ປີ 1973, ຈີນ​ໄດ້​ສົ່ງ​ທະ​ຫານຫຼາຍກອງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປ້ອງ​ກັນ​ທາງ​ອາ​ກາດ​ໃຫ້​ແກ່​ກຳ​ມະ​ກອນ​ແລະ​ນັກ​ວິ​ຊາ​ການ​ປະ​ຕິ​ບັດ​ໂຄງ​ການ​ສ້າງ​ທາງ​​ມີ​ຄວາມຮັບ​ປະ​ກັນ​ຄວາມ​ປອດ​ໄພ​ແລະ​ປະ​ສົ​ບ​ຜົນ​ສຳ​ເລັດ​ຕາມ​ເປົ້າ​ໝາຍ.

ທ້າຍ​ປີ 2016 ຜ່ານ​ມາ, ຫົວ​ໜ້າ​ກົມ​ຊັບ​ສິນ​ທາງ​ປັນ​ຍາ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ ສ​ປ​ປ ລາວ​ໄດ້​ຢືນ​ຢັນ​ຕໍ່​ສື່ມວນ​ຊົນ​ວ່າ: ຂອບ​ໃຈ​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ມີ​ຕໍ່​ລາວ​ແລະ​ກໍ​ຍ້ອນ​ມີ​ທະ​ຫານ​ທີ່​ເດັດ​ດ່ຽວ​ເຂັ້ມ​ແຂງເຫຼົ່າ​ນີ້ລາວ​ຈິ່ງ​ໄດ້​ຮັບ​ການ​ພັດ​ທະ​ນາ​ໃນ​ປັດ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ຂອບ​ໃຈ​​ຕໍ່ການ​ຊ່ວຍ​ເຫຼືອ​ຂອງ​​ພວກ​ເພິ່ນ​ດ້ວຍ​ຄວາມ​ຈິງ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ