ປະ​ທານ​ປະ​ເທດ​ຈີນ​ເນັ້ນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ເປັນ​ທາງ​ເລືອກທີ່​ຖືກ​ຕ້ອງ​ເພື່ອ​ກ້າວໄປ​ສູ່​ອະ​ນາ​ຄົດ
2017-05-15 15:50:57  cri 
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດແຫ່ງ ສ​ປ ຈີນ​ໄດ້​ຈັດ​ງານ​ລ້ຽງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນຕອນ​ຄ່ຳ​ວັນ​ທີ 14 ພຶດ​ສະ​ພາ​ນີ້​ເພື່ອ​ເປັນ​ກຽດ​ຕ້ອນ​ຮັບ​ແຂກ​ ​ບັນ​ດາ​ປະ​ເທດ​ທີ່​ເດີນ​ທາງ​ມາ​​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ປາ​ໄສ​ໃນ​ງານ​ລ້ຽງ​ວ່າ: ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ເປັນ​ຄວາມ​ປາ​ຖະ​ໜາ​ຂອງ​ພວກ​ເຮົາ​ເພື່ອ​ແລກ​ປ່ຽນ​ອະ​ລິ​ຍະ​ທຳ​ກໍ​ຄື​ຄວາມປາ​ຖະ​ໜາ​ຫາ​ສັນ​ຕິ​ສຸກ,ການ​ພັດ​ທະ​ນາ​ຮ່ວມ​ແລະ​​ມີຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ. ສູ່​ມື້​ນີ້, ​ການ​ທີ່ພວກ​ເຮົາ​ໄດ້​ສືບ​ທອດ​ຈິດ​ໃຈ​ເສັ້ນ​ທາງ​ສາຍ​ໄໝ​ບູ​ຮານ,ຮ່ວມ​ກັນ​ຫາ​ລື​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ນັ້ນ​ກໍ​ເພື່ອເປັນ​ການ​ສ້າງກະ​ແສ​ປະ​ຫວັດ​ສາດ​​ທີ່​ຕໍ່​ເນື່ອງທັງ​ເປັນ​ທາງ​ເລືອກ​ທີ່ຖືກ​ຕ້ອງ​​ເພື່ອ​ກ້າວ​ສູ່​ອະ​ນາ​ຄົດ. ທ່ານ​ສີ​ຈິ້ນ​ຜິງ​ຢືນ​ຢັນ​ວ່າ ກອງ​ປະ​ຊຸມ​ສຸດຍອດ​ໂຕະ​ມົນ​ທີ່​ຈັດ​ຂຶ້ນ​ຢູ່​ແຄມ​ໜອງ​ຢ້ຽນ​ຊີ​ຫູ ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 15 ພຶດ​ສະ​ພາ​ນີ້​ຈະ​ຮ່ວມ​ກັນ​ວາງ​ແຜນ​ແມ່​ບົດ​ການ​ຮ່ວມ​ມື​​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ ​ທີ່ກຳ​ລັງ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​ເພື່ອ​ເປີດກວ້າງ​ແລະ​ຂະ​ຫຍາຍ​ເສັ້ນ​ທາງ​ກ້າວ​ເດີນຄັ້ງ​ໃໝ່.

ທ່ານ​ບຸນ​ຍັງ​ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ແຫ່ງ​ ສ​ປ​ປ ​ລາວ, ທ່ານ​ວ​ຣາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ພ້ອມ​ດ້ວຍ​ປະ​ມຸກ​ລັດ​ແລະ​ຫົວ​ໜ້າ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ 700 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາ​ຫານ​ຄ່ຳ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ