ກອງ​ປະ​ຊຸມໂຕະ​ມົນ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ຈະ​ອັດ​ລົງ​ໃນມື້​ນີ້-1
2017-05-15 17:01:34  cri 

ກອງ​ປະ​ຊຸມໂຕະ​ມົນ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ພຶດ​ສະ​ພາ​ນີ້​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ໜອງ​ຢ້ຽນ​ຊີ​ຫູ​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ແຫ່ງ​ສ​ປ​ຈີນ,ຂະ​ນະ​ທີ່ປະ​ມຸກ​ລັດ​ແລະ​ຫົວ​ໜ້າ​ລັດ​ຖະ​ບານ29​ປະ​ເທດ​, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆເຂົ້າ​ຮ່ວມ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ອັດ​ລົງ​ໃນ​​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້ພາຍຫຼັງ​ໄດ້​ປຶກ​ສາ​ຫາ​ລື​ເປັນ​ເວ​ລາ​ໜຶ່ງວັນ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ແຫ່ງ ​ສ​ປ ​ຈີນ​ຈະ​ຖະ​ແຫຼງ​ຂ່າວ​ຢູ່​ທີ່​ນີ້.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ