ຈັດກອງ​ປະ​ຊຸມໂຕະ​ມົນ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​
2017-05-15 17:49:55  cri 
ກອງ​ປະ​ຊຸມໂຕະ​ມົນ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​​ໄດ້​ໄຂ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​​ຢ້ຽນ​ຊີ່​ຫູ​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ​​ໃນ​ວັນ​ທີ 15 ພຶດ​ສະ​ພາ​ນີ້ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ແຫ່ງ​ສ​ປ​ຈີນ. ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ລິ​ເລີ່ມ​ຢູ່​ປະ​ເທດ​ຈີນ​ແຕ່​ຂຶ້ນ​ກັບ​ທົ່ວ​ໂລກ, ແລະ​ເປີດ​ປະ​ຕູຕໍ່​ໝູ່​ເພື່ອນ​ມີ​ອຸ​ດົມ​ການ​ອັນ​ດຽວ​ກັນໃນ​ໂລກ, ບໍ່​ປັດ​ປ່າຍ​ກໍ​ບໍ່​ແນ​ໃສ່​ຝ່າຍ​ໃດ​ຝ່າຍ​ໜຶ່ງ.

ໃນ​ໂອ​ກາດ​ກ່າວ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜີງ​ໄດ້​ບັນ​ລະ​ຍາຍ​ຢ່າງ​ລະ​ອຽດ​ກ່ຽວ​ກັບເບື້ອງ​ຫຼັງ​ແລະ​ເປົ້າ​ໝາຍ​ທີ່​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ທ່ານ​ກ່າ​ວ​ວ່າ, ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ແມ່ນ​ເນື່ອງ​ຈາກ​ການ​ສັງ​ເກດ​ແລະພິ​ຈາ​ລະ​ນາ​ຕໍ່​ສະ​ຖາ​ນະ​ການ​ຂອງ​ໂລກ, ເນື້ອ​ໃນ​ແກນ​ກາງ​ຂອງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກໍ​ຄື​ຊຸກ​ຍູ້​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ເຊື່ອມ​ຈອດ​ກັນ, ເຊື່ອມ​ຕໍ່​ກັບ​ນະ​ໂຍ​ບາຍ​ແລະ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ, ລົງ​ເລິ​ກ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ໂດຍ​ປະ​ສານ​ສົມ​ທົບ, ແລະ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ. ທ່ານ​ສີ​ຈິ້ນ​ຜິງ​ຫວັງ​ວ່າ​ເວ​ທີ​ປຶກ​ສາ​ຫາ​ລື​ເທື່ອ​ນີ້​ມີ​ຜົນ​ດີ​ຕໍ່​ການ​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ຄື​ກັນ​ຕື່ມ​ອີກ, ຊີ້​ທາງ​ໃຫ້​ແກ່​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ຂ່າວ​ແຈ້ງວ່າ, ກອງ​ປະ​ຊຸມ​ສຸດຍອດ​ໂຕະ​ມົນ​ເທື່ອ​ນີ້​ຈະ​ບັນ​ລຸ "ປະ​ກາດ​ແຈ້ງ​ການ​ຮ່ວມ​ຂອງກອງ​ປ​ະ​ຊຸມ​ສຸດຍອດ​ໂຕະ​ມົນ" ສະ​ບັບ​ໜຶ່ງ, ​ແລະ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ຝ່າ​ຍ​ຕ່າງໆ​ກ່ຽວ​ກັບ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ