ທ່ານຫຼິວ​ສີ​ປາວ​ເຂົ້າ​ຮ່ວມກອງ​ປະ​ຊຸມແລກ​ປ່ຽນ​ປັນ​ຍາ
2017-05-15 10:56:57  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານຫຼິວ​ສີ​ປາວ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​, ເລ​ຂາ​ຄະ​ນະ​ເລ​ຂາ​ທິ​ການ, ຫົວ​ໜ້າ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມແລກ​ປ່ຽນ​ດ້ານ​ຫົວ​ກະ​ທິ​ປັນ​ຍາ​ຂອງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ໄດ້​ກ່າວ​​ປາ​ໄສ​​ໃນ​ຫົວ​ຂໍ້ "ຈັບ​ມື​ກັນ​ເພື່ອ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ປັນ​ຍາ"

ທ່ານຫຼິວ​ສີ​ປາວ​ຫວັງ​ວ່າ​ບັນ​ດາ​ຫົວ​ກະ​ທິ​ຈີນ​ແລະ​ປະ​ເທດ​ຕ່າງໆ​ຈົ່ງ​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ແລະ​ຮ່ວມ​ມື​ກັນ, ສ້າ​ງ​ສະ​ຫະ​ພັນ​ແລະ​ເຄືອ​ຂ່າຍ​ຮ່ວມ​ມື​​ດ້ານ​ຫົວ​ກະ​ທິປັນ​ຍາ ແລະ​ຮ່ວ​ມ​ກັນ​ສ້າງ "ເສັ້ນ​ທາງ​ສາຍ​ໄໝ​ທາງ​ປັນ​ຍາ" ​ໃຫ້​ເປັນ​ຮູບ​ປະ​ທຳ ແລະ​ໄດ້​ອະ​ທິ​ບາຍ​ວ່າ ຢາກ​ບັນ​ລຸ​ເປົ້າ​ໝາຍ​ນີ້, ຕ້ອງ​ພິ​ຈາ​ລະ​ນາ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ຈາກ​ຄວາມ​ເປັນ​ມາ​ໃນ​ການ​ສ້າງປະ​ຊາ​ຄົມ​ຊະ​ຕາ​ກຳ​ຂອງມວນ​ມະ​ນຸດ, ວາງ​ແຜນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢູ່​ໃນ​ເວ​ທີ​​ເສດ​ຖະ​ກິດ​ໃນ​ຍຸກ​ໂລ​ກາ​ວິ​ວັດ, ​ຄົ້ນ​ຄວ້າ​​ໃນ​ທ່າມ​ກາງ​ບັນ​ຍາ​ກາດການ​ພົວ​ພັນ​ສາ​ກົນ ແລະອີງ​ໃສ່​ການ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ອາ​ລິ​ຍະ​ທຳ​ຕ່າງ​ກັນ, ຍາດ​ແຍ່ງ​ເອົາຜົນ​ການ​ຄົ້ນ​ຄວ້າ​ລະ​ດັບ​ສູງ​​ໃນຫຼາຍ​ດ້ານ ເພື່ອສະ​ໜັບ​ສະ​ໜູນ​ສະ​ຕິ​ປັນ​ຍາ​ໃຫ້ແກ່ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໄດ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ