ຝູ​ຈ້ຽນ​ແລະ​ຫວຽດ​ນາມ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ 4 ສະ​ບັບ
2017-05-15 14:59:56  cri 
ຕາມ​ຂ່າວ​ສານ​ຈີນ: ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຝູ​ຈ້ຽນ​ຈີນ-ຫວຽດ​ນາມ​ ທີ່​ຈັດ​ໂດຍຂຶ້ນ​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ຝູ​ຈ້ຽນ​ຈີນ​ແລະ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ​ຫວຽດ​ນາມ​​ຢູ່​ເມືອງ​ຝູ​ໂຈ​ວ່​ໃນ​ວັນ​ທີ 13 ເດືອນ​ນີ້, ຈີນ​ແລະ​ຫວຽດ​ນາມ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ 4 ສະ​ບັບ​ ແລະ​ໃນ​ສັນ​ຍາ​ການ​ຮ່ວມ​ມື​ນັ້ນໄດ້​ລະ​ບຸ​ວ່າ ຈີນ​ຈະ​​ລົງ​ທຶນ​ຢູ່​ຫວຽດ​ນາມ 600 ລ້ານ​ໂດ​ລາ ແລະ​ຍອດ​ມູນ​ຄ່າ​ສິນ​ຄ້າ​ສົ່ງ​ອອກ​ໄປ​ຫວຽດ​ນາມ​ໃຫ້​ໄດ້ 35 ລ້ານ​ໂດ​ລາ.

ທ່ານ​​ເຈິນ​ດາຍກວງ ປະ​ທານ​ປະ​ເທດ​ຫຽດ​ນາມ​ກ່າວ​​ປາ​ໄສ​ໃນ​ກອງ​ປະ​ຊຸມ​ວ່າ, ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຝູ​ຈ້ຽນ​​ທີ່​ຈະ​ເຂົ້​າ​ໄປ​ລົງ​ທຶນ​ແລະ​ດຳ​ເນີນ​ທຸ​ລະ​ກິດ ໂດຍຫວຽດ​ນາມ​ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນໃຫ້​ແກ່​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້​ເປັນ​ຢ່າງ​ດີ ເນື່ອງ​ຈາ​ກໍຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ, ​ຈິ່ງ​ຫວັງ​ວ່າ​ຍອດ​ມູນ​ຄ່າ​ການ​ຄ້າ​​ລະ​ຫວ່າງ​ສອງ​ປະ​ເທດ​ບັນ​ລຸ 100 ຕື້​ໂດ​ລາ​ໂດຍ​ໄວ.ຂ່າວ​ແຈ້ງວ່າ, ​ປີ​ຜ່ານ​ມາ ແຂວງ​ຝູ​ຈ້ຽນ​ບັນ​ລຸຍອດ​ມູນ​ຄ່າ​ສິນ​ຄ້ານຳ​ເຂົ້າ​ແລະ​ສົ່ງ​ອອກ​ໄປ​ຫວຽດ​ນາມ ໄດ້ຫຼາຍກວ່າ 3 ຕື້ 400 ລ້ານ​ໂດ​ລາ ເພີ່ມ​ຂຶ້ນ 13,8%, ໃນ​ນັ້ນ ຍອດ​ມູນ​ຄ່າ​ສິນ​ຄ້າ​ສົ່ງ​ອ​ອກບັນ​ລຸເຖິງ 2 ຕື້ 520 ລ້ານ​ໂດ​ລາ ​ເພີ່ມ​ຂຶ້ນ 15%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ