ທ່ານ​ມາ​ຄ​ຣົງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ຢ່າງ​ເປັນ​ທາງ​ການ
2017-05-15 16:23:34  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານແອມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງທີ່​ຊະ​ນະ​ການເລືອກ​ຕັ້ງ​ ແລະ​ທ່ານ​ຝ​ຣັ່ງ​ຊົວ ອອນ​ລອງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ທີ່​ໝົດ​ວາ​ລະ​ດຳ​ລົງ​ຕຳ​ແໜ່ງ ໄດ້ມອບ​ຮັບ​ໜ້າ​ທີ່​ໃຫ້​ແກ່ທ່ານ​ມາ​ຄ​ຣົງ ແລະ​ຈາກ​ນີ້​ກໍ​ໄດ້​ກາ​ຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​​ຄົນທີ 8 ຂອງ​ສາ​ທາ​ລະ​ນະ​ລັດທີ​ 5 ຂອງຝ​ຣັ່ງຢ່າງ​ເປັນ​ທາງ​ການ.

ທ່ານ​ມາ​ຄ​ຣົງ​ກ່າວ​ປາ​ໄສ​ໃນ​ພິ​ທີ​ດຳ​ລົງ​ຕຳ​ແໜ່ງວ່າ, ຕົນ​ພ້ອມ​ຈະ​ເຮັດໃຫ້​ຊາວ​ຝ​ຣັ່ງ​ໝັ້ນ​ໃຈ​​ຕົນ​ເອງ ​ໃນ​ໄລ​ຍະ​ຕຳ​ລົງຕຳ​ແໜ່ງ​ເປັນ​ເປົ້າ​ໝາຍ​ສຳ​ຄັນ ໂດຍ​ຈະນຳ​ໃຊ້​ທຸກ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ໃຫ້​ຝ​ຣັ່ງ​ຟື້ນ​ຟູ​ພະ​ລັງ​ຊີ​ວິດ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່, ຂະ​ນະ​ດຽວ​ກັນ​ກໍ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ​ສະ​ຫະ​ພາບ​ເອີ​ລົບ, "ໂລກ​ແລະ​ສ​ະ​ຫະ​ພາບ​ເອີ​ລົບ​ມີ​ຄວາມ​ຕ້ອງ​ການ​ຢ່າງແຮງ​ກ້າ​ທີ່​ສຸດ​ຕໍ່​ຝ​ຣັ່ງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ".

ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ຍັງ​ໄດ້​​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 14 ນີ້​ວ່າ, ທ່ານ​ມາ​ຄ​ຣົງ​ຈະ​ເດີນ​ທາງ​ໄປ​ແບກ​ແລັງ​ພົບ​ປະ​ທ່ານ​ນາງ​ແອນ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໃນ​ວັນ​ທີ 15 ເດືອນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ