ສະ​ແດງ​ການ​ຂຽນ​ງາມ​ແລະ​ຮູບ​ແຕ້ມ​ໃນ​ຫົວ​ຂໍ້ "ການ​ເດີນ​ທະ​ເລ​ໝື່ນ​ລີ້​ບ້ານ​ໃກ້​ເຮືອນ​ຄຽງ​ໄມ​ຕີ​ຈິດ​ເຈີ້ງ​ເຮີ" ຈີນ-ມາ​ເລ​ເຊຍ
2017-05-15 16:15:44  cri 
    ຕາມ​ຂ່າວ​ສານ​ຈີນ: ງານ​ວານ​ສະ​ແດງ​ການ​ຂຽນ​ງາມ​ແລະ​ຮູບ​ແຕ້ມ​ໃນ​ຫົວ​ຂໍ້ "ການ​ເດີນ​ທະ​ເລ​ໝື່ນ​ລີ້​ບ້ານ​ໃກ້​ເຮືອນ​ຄຽງ​ໄມ​ຕີ​ຈິດ​ເຈີ້ງ​ເຮີ" ຈີນ-ມາ​ເລ​ເຊຍ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 13 ພຶດ​ສະ​ພານີ້.
ທ່ານ ໂງ​ເຕັກ​ຟອງ ຫົວ​ໜ້າ​ຫໍ​ພິ​ພິ​ທະ​ພັນ​ຊາວ​ຈີນ​ມາ​ເລ​ເຊຍ ກ່າວວ່າ, ໄປ​ພ້ອມ​ກັບ​ການ​ຈັດກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ແຕ່ວັນ​ທີ 14-15 ພຶດ​ສະ​ພານັ້ນ, ມາ​ເລ​ເຊຍກໍ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ໃນ​ຫົວ​ຂໍ້ "ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ເຈີ້ງ​ເຮີ" ​ຖື​ວ່າ​ເປັນ​ເວ​ລາທີ່​ເໝາະ​ສົມ​ທີ່​ສຸດ ແລະ​ມີ​ຄວາມ​ໝາຍ​ພິ​ເສດ. ມາ​ເລ​ເຊຍ ແມ່ນ​ປະ​ເທດ​ສຳ​ຄັນ​ທີ່​ຢູ່​ລຽບ​ຕາມ "ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ສະ​ຕະ​ວັດ​ທີ 21" ທີ່​ກຳ​ລັງ​ກໍ່​ສ້າງ, ການ​ທີ່​ພິ​ຈາ​ລະ​ນາ​ນ້ຳ​ໃຈ​ເຈີ້ງ​ເຮີ​​ຕໍ່​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຄືນ​ໃໝ່​ໃນປັດ​ຈຸ​ບັນຫຼັງ​ຜ່ານ​ພົ້ນ​ມາ 600 ກວ່າ​ປີນັ້ນ ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ຕົວ​ຈິງ​ເລິກ​ເຊິ່ງແລະ​ຍາວ​ໄກ.

    ງານ​ວານ​ສະ​ແດງ​ທີ່​ຈັດ​ໂດຍ​ຫໍ​ພິ​ພິ​ທະ​ພັນ​ຊາວ​ຈີນ​ມາ​ເລ​ເຊຍ​ຄັ້ງ​ນີ້ ໄດ້​ວາງ​ສະ​ແດງ​ຮູບ​ແຕ້ມ​ນ້ຳ​ເ​ມິກຫຼາຍ​ແຜ່ນ​ໃນ​ຫົວ​ຂໍ້ "ທ່ານ​ເຈີ້ງ​ເຮີ​ເດີນ​ທະ​ເລ​ມະ​ຫາ​ສະ​ໝຸດ​ຕາ​ເວັນ​ຕົກ", "ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ" ທີ່​ມີ​ຄວາມ​ຍາວ​ຮ້ອຍ​ແມັດ​ທີ່​ແຕ້ມ​ໂດຍ​ທ່ານ ວາງ​ຊີ່ນ​ຊູນ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ