ນາ​ຍົກ​ຈີນ​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ສ​ປ​ຊ
2017-05-16 11:09:42  cri 
ຕອນ​ບ່າຍ​ວັນ​ທີ 15 ພຶດ​ສະ​ພາ​ນີ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ໃນໂອ​ກາດ​ເດີນ​ທາງ​​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ທ່ານຫຼີ​ເຄີ້​ສຽງ​ຢືນ​ຢັນ​ວ່າ ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກ​ກໍ່​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ປະ​ເທດ​ມົນ​ຕີ​ຖາ​ວອນ​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ນັ້ນ​ກໍ​ສາ​ມາດ​ຮັກ​ສາ​ຈຸດ​ປະ​ສົງ​ແລະຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ໄວ້​ໄດ້​ຢ່າງ​ເດັດ​ດ່ຽວ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ​ຂະ​ນະ​ດຽວ​ກັນ​ຈີນ​ກໍ​ພ້ອມນຳ​ໃຊ້​ເວ​ທີ​ຕ່າງໆ​ເຊັ່ນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ປະ​ເທດ​ໃຫຍ່​ທີ່​ກຳ​ລັງ​ພັດ​ທະ​ນາ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ແລະ​ພະ​ຍາ​ຍາມ​​ທີ່​ສຸດເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ ທັງ​ສົ່ງ​ເສີມ​ສັນ​ຕິ​ພາບ,ສ​ະ​ຖຽນ​ລະ​ພາບ​ກັບ​ການ​ພັດ​ທະ​ນາ​ແລະວັດ​ທະ​ນາ​ຖາ​ວອນ​ຂອງ​ໂລກ.

ທ່ານ​ກູ​ເຕີ​ເຣັ​ສ​ຢືນ​ຢັນ​ວ່າ ຈີນ​ເປັນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ,ການ​ຄ້າ​ເສ​ລີ​ຂອງ​ໂລກ​​ພ້ອມ​ດ້ວຍ​ຂະ​ບວນ​ການ​ໂລ​ກາ​​ພິ​ວັດ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ຍຸຕິ​ທຳ​ແລະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ສະ​ຫະ​ປະ​ຊາ​ຊາດ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ເພື່ອ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ແລະ​ຂໍ້​ລິ​ເລີ່ມ​ຂອງ​ຈີນ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ ທັງ​ສົ່ງ​ເສີມ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ​ໃນ​ທ່າມ​ກາງການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ