ຄາດ​ວ່າ ​ປີ​ນີ້​ມາ​ເລ​ເຊຍ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນໄດ້ 4 ລ້ານ​ເທື່ອຄົນ
2017-05-16 15:20:40  cri 
ວັນ​ທີ 15 ພຶດ​ສະ​ພາ​ນີ້ ຢູ່​ປັກ​ກິ່ງ, ທ່ານ ໂມ​ຮຳ​ເມັດ ນາ​ສ໌​ຣີ ອັບ​ດຸນ ອາ​ຊິ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ມາ​ເລ​ເຊຍ​ກ່າວ​ວ່າ: ປະ​ເທດ​ຕົນໃຫ້​ຄວາມ​ສຳ​ຄັນ​​ຕໍ່​ຕະ​ຫຼາດ​ທ່ອງ​ທ່ຽວ​ຂອງ​ຈີນ ເຊິ່ງ​ຈາກ​ນີ້ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ​ເພີ່ມ​ຄວາມພະ​ຍາ​ຍາມ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນໄປ​ທ່ຽວ​ມາ​ເລ​ເຊຍ​ໃນ​ປີ​ນີ້​ໃຫ້​ບັນ​ລຸ​ເຖິງ 4 ລ້ານ​ເທື່ອ​ຄົນ.

ທ່ານ ນາ​ສ​ຣີ ກ່າວ​ຂະ​ນະ​​ເຂົ້າ​ຮ່​ວມ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ສຳ​ລັບຜູ້​ຕາງ​ໜ້າ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ແລະ​ສື່ມວນ​ຊົນວ່າ: ໃນ​ວັນ​ທີ 1 ຕຸ​ລາ​ປີ​ນີ້, ມາ​ເລ​ເຊຍ​ຈະ​​ແຂ່ງ​ຂັນແລ່ນ​ມາ​ລາ​ທອນ​"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາ​ງ" ເພື່ອຍົກ​ລະ​ດັບ​ພາບ​ພົດ​ຂອງ​ຈຸດ​ໝາຍ​ປາຍ​ທາງ​ການ​ທ່ອງ​ທ່ຽວ​ແລະ​ກິ​ລາ​ແລະ​ໝັ້ນ​ໃຈ​ຈະ​ສາ​ມາດ​ດຶງ​ດູດ​ນັກ​ກິ​ລາ​ສະ​ໝັກ​ຫຼິ້ນ​ຈາກ​ຈີນ​ເຂົ້າ​ຮ່ວມ​ໄດ້​ຫຼາຍກວ່າ​ເກົ່າ.

ທ່ານ ນາ​ສ​ຣິ ກ່າວ​ອີກວ່າ: ມາ​ເລ​ເຊຍ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​​ຂໍວີຊາ​ສະ​ດວກ​ຂຶ້ນກວ່າ​ເກົ່າ,​ຂະ​ນະ​ທີ່​ວີ​ຊາ​ເອ​ເລັກ​ໂຕ​ຣ​ນິກ​ ແລະ ​​ນະ​ໂຍ​ບາຍ​ການ​ອະ​ນຸ​ມັດ​ເຂົ້າ​​ເມືອງ​ດ້ວຍ​ເອ​ເລັກ​ໂຕ​ຣ​ນິກ ​ກໍໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ​​ໄປ​ທ່ຽວປະ​ເທດ​ຕົນນັບ​ມື້​ຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ