ຈີນ​ແລະ​ຟີ​ລິບ​ປິນ​ຈະ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງສອງ​ປະ​ເທດ
2017-05-16 15:36:37  cri 
ຕາມ​ຂ່າວCRI: ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານໂຣດ​ຣິ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນໃນ​ໂອ​ກາດ​ເດີນ​ທາງ​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 15 ເດືອນ​ນີ້.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຜູ້​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບັນ​ຫາ​ສຳ​ຄັນ​ທີ່​ພົວ​ພັນ​ເຖິງ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ນຳ​ພາ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ໄປ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງປອດ​ໃສ​ແລະ​ໜັກ​ແໜ້ນ. ຈີນ​ສະ​ໜັບ​ສະ​ໜູນ​ຟີ​ລິບ​ປິນ​​ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ ແລະຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ, ເປີດກວ້າງ​ການ​ສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ດ້ານ​ການ​ເມືອງ, ຄວາມ​ໝັ້ນ​ຄົງ ແລະ​ເສດ​ຖະ​ກິດ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ອາ​ຊຽນ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານ​ດູ​ເຕີ​ເຕ​​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​​ຜົນ​ສຳ​ເລັດ​ຂອງ​ກອງ​ປະ​ຊຸມ​ເທື່ອ​ນີ້​ ແລະ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ​ແລະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ອາ​ຊີ​ຢ່າງ​ແຂງ​ແຮງ ແລະ​ຈະ​ນຳ​ເອົາ​ໂອ​ກາດ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ແລະ​ຄວາມ​​ຈະ​ເລີນ​ຮຸ່ງ​ເຮືອງ​ມາ​ໃຫ້​ຟີ​ລິບ​ປິນ. ​ອີກ​ເທື່ອ​ໜຶ່ງ​ສະ​ແດງ​ຄວາມ​ຂອບ​ໃຈ​ຈີນທີ່​ໄດ້​ສະ​ໜັບ​ສະ​ໜູນ​ໃນ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ​ການ​ຄ້າ, ການ​ປາບ​ປາມ​ຢາ​ເສບ​ຕິດ ແລະ​ອື່ນໆ ແລະ​ຟີ​ລິບ​ປິນ​ຈະ​ຕັ້ງ​ໜ້າ​ຊຸ​ກ​ຍູ້ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊ​ຽນ​ກັບ​ຈີນ​ໃຫ້​ແຂງ​ແຮງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ