ປະ​ທານ​ສະ​ພາ​​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ພົບ​ປະ​ນາ​ຍົກ​ກຳ​ປູ​ເຈຍ
2017-05-16 15:42:56  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ​ຈ່າງ​ເຕີ​ຈ່ຽງ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ທ່ານ​ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ.

ທ່ານ​ຈ່າງ​ເຕີ​ຈ່ຽງ​ເວົ້າ​ວ່າ, ສາຍ​ພົວ​ພັນ​ຈີນ-ກຳ​ປູ​ເຈຍ​ຖື​ເປັນ​ແບບ​ຢ່າງ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ສະ​ພາ​ຜູ້​ແທນ​ລາ​​ສະ​ດອນ​ແລະ​ສະ​ພາ​ສູງ​ກຳ​ປູ​ເຈຍ, ລົງ​ເລິກ​ໂຄ​ສະ​ນາ​ເຜີຍ​ແຜ່​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ຈີນ​ແລະ​ກຳ​ປູ​ເຈຍ, ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​​ໃນ​ລະ​ດັບທ້ອງ​ຖິ່ນ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊາວ​ໜຸ່ມ, ການ​ສຶກ​ສາ, ການ​ທ່ອງ​ທ່ຽວ​ແລະ​ອື່ນໆ, ສ້າງ​ບັນ​ຍາ​ກາດ​ດ້ານ​ກົດ​ໝາຍ​ແລະ​ຫາງ​ສຽງ​ທີ່​ຈົບງາມ​ເພື່ອ​ການ​ຮ່ວ​ມ​ມື​ຕົວ​ຈິງ ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ.

ທ່ານ​ຮຸນ​ເຊັນ​ກ່າວ​ວ່າ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມືສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແມ່ນກອງ​ປະ​ຊຸມ​ຄັ້ງ​ປະ​ຫວັດ​ສາດ ແລະ​ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ຈີນ​ເທື່ອ​ນີ້​ກໍ​ມີ​ຄວາມ​ໝາຍ​ພິ​ເສດ​ຕໍ່​ການ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ກຳ​ປູ​ເຈຍ​ຈະ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ໃຈ​ກາງ​ຂອງ​ຈີນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ​ສະ​ແດງ​ຄວາມ​ຊົມ​ເຊີຍ​​ຈີນ​ທີ່​ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ປະ​ຫວັດ​ສາດ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ