ຈີນ​ຊ່ວຍຊີ​ຣີດ້ານມະ​ນຸດ​ສະ​ທຳ​​ອີກ​ເທື່ອ​ໜຶ່ງ
2017-05-16 16:11:29  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ ຊີ​ຊຽນ​ຈິ້ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຊີ​ຣີ ແລະ​ທ່ານ ອີ​ມັດ ຊາ​ບູ​ນີ ຫົວ​ໜ້າ​ອົງ​ການ​ແຜນ​ການ​ແລະ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ຊີ​ຣີ ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ສອງ​ປະ​ເທດ​ລົງ​ນາມ​ໃນ​ເອ​ກະ​ສານ​ແລກ​ປ່ຽນວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ລ້າຊີ​ຣີຂອງ​ຈີນ ຄື: ​ສັນ​ຍາ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຕັກ​ນິກ ແລະ​ການ​ຊ່ວຍ​ເຫຼືອ​ທັນ​ຍາ​ຫານ.

    ທ່ານ ຊາ​ບູ​ນີ ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ຊີ​ຣີ ສະ​ແດງ​ຄວາມ​ຂອບ​ໃຈ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ໃຫ້​ກາ​ນ​ຊ່ວຍ​ເຫຼືອປະ​ຊາ​ຊົນ​ປະ​ເທດ​ຕົນ​ແບບ​ມະ​ນຸດ​ສະ​ທຳ​​ມາ​ເປັນ​ເວ​ລາ​ດົນ​ນານ ແລະ​ເນັ້ນ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຈີນ​ສະ​ເໜີ​ອອກນັ້ນ ສາ​ມາດ​ເຮັດ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ​ ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ​ໃນ​ຕໍ່​ໜ້າກໍຫວັງ​ວ່າ ຈະ​​ໄດ້ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

    ເດືອນ​ກຸມ​ພາ​ປີນີ້, ລັດ​ຖະ​ບານ​ຈີນ​ແລະ​ຊີ​ຣີ ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຕັກ​ນິກ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ລ້າ ​ໂດຍ​ຈີນ​ໄດ້​ບໍ​ລິ​ຈາກ​ອຸ​ປະ​ກອນ​ການ​ແພດ​ຊຸດ​ໜຶ່ງ​ໃຫ້​ໂຮງ​ໝໍ​ທະ​ຫານຊີ​ຣີ​ໃນ​ເດືອນ​ມີ​ນາ​ຜ່ານ​ມາ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ເສດ​ຖະ​ກິດ​ແລະຕອບ​ສະ​ໜອງ​ຄວາມ​ຕ້ອງ​ການດ້ານ​ມະ​ນຸດ​ສະ​ທຳ​ຂອງ​ຊີ​ຣີ​ໃນ​ປັດ​ຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ