ເດືອນ​ມີ​ນາ​ຜ່ານ​ມາ ຈີນ​ຊື້​ພັນ​ທະ​ບັດ​ອາ​ເມ​ລິ​ກາເພີ່ມເກືອບ​ 28 ຕື້​ໂດ​ລາ​
2017-05-16 16:15:55  cri 
    ຕາມ​ຂ່າວ​ສານ​ຈີນ: ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 15 ພຶດ​ສະ​ພານີ້​ວ່າ, ເດືອນ​ມີ​ນາ​ຜ່ານ​ມາ, ຈີນ​ໄດ້​​ຊື້​ພັນ​ທະ​ບັດ​ປະ​ເທດ​ຕົນເພີ່ມ 27 ຕື້ 900 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເປັນ​ເດືອນ​ທີ​ສອງຕິດ​ຕໍ່​ກັນ​ທີ່​ຈີນ​ເພີ່ມ​ການ​ຊື້​ພັນ​ທະ​ບັດ​ອາ​ເມ​ລິ​ກາ​.

    ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາເປີດ​ເຜີຍ​ອີກວ່າ, ມາ​ຮອດເດືອນ​ມີ​ນາຜ່ານ​ມາ, ຈີນ​ມີ​ພັນ​ທະ​ບັດ​ອາ​ເມ​ລິ​ກາ 1087 ຕື້ 600 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ຫຼຸດ​ລົງ 157 ຕື້​ໂດ​ລາ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ແຕ່​ແນ​ວ​ໃດ​ກໍ​ດີ ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ຜ່ານ​ມາ, ຈີນ​ຍັງ​ຄົງ​ເປັນ​ປະ​ເທດ​ເຈົ້າ​ໜີ້​ໃຫຍ່​ອັນ​ດັບ​ສອງ​ຂອງ​ປະ​ເທດ​ຕົນ.

    ສ່ວນ​ເລື່ອງ​ການ​ຊື້ຫຼື​ຂາຍ​ພັນ​ທະ​ບັດ​ອາ​ເມ​ລິ​ການັ້ນ, ທາງ​ການ​ຈີນ​ກ່າວ​ວ່າ, ຕະຫຼາດ​ພັນ​ທະ​ບັດ​ອາ​ເມ​ລິ​ກາ​ແມ່ນ​ຕະຫຼາດ​ສຳ​ຄັນ​​ສຳ​ລັບ​ຈີນ, ບໍ່​ວ່າ​ການ​ເພີ່ມ​ຊື້ ຫຼື ຂາຍ​ອອກ ລ້ວນ​ແຕ່​ເປັນ​ເລື່ອງ​ປົກ​ກະ​ຕິ ເຊິ່ງ​ຈີນ​ຈະ​ປັບ​ປຸງ​ການ​ຊື້​ຂາຍ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ​ຕາມ​ການ​ປ່ຽນ​ແປງ​ຕ່າງໆ​ໃນ​ຕະຫຼາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ