ນາ​ຍົກ​ຈີນ​ພົບ​ປະ​ກັບ​ນາ​ຍົກ​ກຳ​ປູ​ເຈຍ
2017-05-17 18:08:50  cri 
ຕອນ​ເຊົ້າ​ວັນ​ທີ 16 ພຶດ​ສະ​ພາ​ນີ້ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້ຕ້ອນ​ຮັບ​ກ​ານ​ເຂົ້າ​ຢ້ຽມ​ຄຳ​ນັບຂອງ​ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​​ໃນ​ໂອ​ກາດ​ເດີນ​ທາງ​ຢ້ຽມ​ຢາມ​ຈີນ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້ນ​ທາງ" .

ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ: ລັດ​ຖະ​ບານ​ຈີນ​ສຸມ​ໃສ່​ຍົກ​ລະ​ດັບ​ການ​ຮ່ວມ​ມື​​ກັບກຳ​ປູ​ເ​ຈຍ​ຢ່າງ​ຮອບ​ດ້ານ ທັງຍິນ​ດີ​ເລັ່ງ​ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ກັນ​ທາງ​​ດ້ານຍຸດ​ທະ​ສາດ,ຊຸກ​ຍູ້​ການ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ແລະ​ປະ​ລິ​ມານ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ. ​ຂະ​ນະ​ທີ່ປີ​ໜ້າ​ແມ່ນ​​ປີ​ຄົບ​ຮອບ 15 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາ​ດ​ລະ​ຫວ່າງ​ຈີນ-ອາ​ຊຽນ ໂດຍກຳ​ປູ​ເຈຍ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2​ ນັ້ນ, ຈີນ​ສະ​ໜັບ​ສະ​ໜູນ​ກຳ​ປູ​ເຈຍ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ທັງ​ໃນ​ລະ​ດັບ​ພາກ​ພື້ນ​ແລະອະ​ນຸ​ພາກ​ພື້ນ ເພື່ອສ້າງ​ປະ​ຊາ​ຄົມ​ຊະ​ຕາ​ກຳ​ທີ່​​ມີສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ ແລະ ຮ່ວມ​ກັນ​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້.

ທ່ານ ຮຸນ​ແຊນ ກ່າວ​ວ່າ: ກຳ​ປູ​ເຈຍ​​ທະ​ໜຸ​ຖະໜົມ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ ທັງຍິນ​ດີ​ຮ່ວມ​ກັບ​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ ​ເປັ​ນ​ເອ​ກະ​ພາບກັນໃຫ້​ດີ,ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງ​ໆ,​ທັງຍິນ​ດີ​ສືບ​ຕໍ່​ຊຸກ​ຍູ້​​ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ-ຈີນ ແລະ ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໃຫ້​ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ ແລະ ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​,ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ