ຈີນ​ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ກັບ 40 ກວ່າ​ປະ​ເທດ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-17 10:30:37  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກົມ​ການ​ບິນ​ພົນ​ລະ​ເຮືອນ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 16 ເດືອນ​ນີ້​ວ່າ, ປັດ​ຈຸ​ບັນ, ຈີນ​ໄດ້​ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ກັບ 40 ກວ່າ​ປະ​ເທດ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໂດຍ​ມີ​ເກືອບ 4200 ຖ້ຽວ​ບິນ​ຕໍ່​ອາ​ທິດ; ຂະ​ນະ​ທີ່ຫຼາຍ​ບໍ​ລິ​ສັດການ​ບິນ​ ເຊັ່ນ AIR CHINA, CHINA SOUTHERN AIRLINES, CHINA EASTERN AIRLINES ເປັນ​ຕົ້ນ​ ​ໄດ້​​ເປັນ​ເຈົ້າ​ບຸກ​ເບີກ​ຕະຫຼາດ​ການ​ບິນ​ຢູ່​ຕາມ​ປະ​ເທດ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ" ແລະ​ສາ​ມາດ​ເປີດ​ຖ້ຽວ​ບິນ​ໃໝ່​ອີກ 240 ຖ້ຽວ.

ທ່ານ​ວາງ​ສາງ​ຢີ້ ຫົວ​ໜ້າ​ກົມ​ແຜນ​ການ​ພັດ​ທະ​ນາ​ກົມ​ການ​ບິນ​ພົນ​ລະ​ເຮືອນ​ຈີນ​ໄດ້​ຖະ​ແຫຼງວ່າ, ມາ​ຮອດ​ທ້າຍ​ປີ 2016, ຈີນ​ໄດ້​ລົງ​ນາມ​ໃນ​ຂໍ້​ຜູກ​ພັນ​ການ​ຂົນ​ສົ່ງ​ທາງ​ການ​ບິນ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ 120 ປະ​ເທດ​ແລະ​ເຂດ​ແຄວ້ນ, ໃນ​ນັ້ນ ປະ​ເທດ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ກ​ວມ​ເອົາ​ເຄິ່ງ​ໜຶ່ງ​ຂຶ້ນ​ໄປ. ຫຼາຍ​ປີ​ຜ່ານ​ມາ​ໄປ​ພ້ອມ​ກັບ​ການ​ເປີດ​ຖ້ຽວ​ບິນ​ໃໝ່, ​ບໍ​ລິ​ມາດ​ການຂົນ​ສົ່ງ​ຜູ້​ໂດຍ​ສານ​ລະ​ຫວ່າງ​ຊາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ກໍໄດ້​ກວມອັດ​ຕາ​ສ່ວນ​ນັບ​ມື້​ຫຼາຍ​ຂຶ້ນ ຄືໄດ້​ເພີ່ມ​ຈາກ 39,8% ໃນ​ປີ 2015 ຂຶ້ນ​ເປັນ 47,1% ໃນ​ເດືອນມັງ​ກອນ​ຫາ​ເດືອນເມ​ສາປີ 2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ