ຈີນ​ພ້ອມ​ຮ່ວມ​ມື​ກັບ​ມຽນ​ມາ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-17 11:33:29  cri 
    ຕາມ​ຂ່າວ​ສານ​ຈີນ: ວັນ​ທີ 16 ພຶດ​ສະ​ພາ​ນີ້ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ກັບ​ທ່ານ​ນາງ ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢູ່​ຈີນ.

    ທ່ານ ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ພາຍຫຼັງທ່ານ​ປະ​ທາ​ນາ​ທິ​ບໍ​ດີ ທິນ​ຈໍ ​ສຳ​ເລັດ​ຢ້ຽມ​ຢາມ​ຈີນ​ໃນ​ເດືອນ​ຜ່ານ​ມາ, ສອງ​ຝ່າຍກໍ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານໃນ​ຍຸກ​ສະ​ໄໝ​ໃໝ່. ແນວ​ໃດ​ກໍ​ດີ, ຈີນກໍ​ພ້ອມ​ລົງ​ເລິກ​ການ​ຮ່ວມ​ມື​​ກັບ​ມຽນ​ມາໃຫ້​ເປັນ​ຈິງ ທັງຍິນ​ດີ​ ຊ່ວຍເຫຼືອ​ມຽນ​ມາທີ່​ຈຳ​ເປັນໃນ​ຂະ​ບວນ​ການ​ສັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ. ຂະ​ນະ​ດຽວ​ກັນ, ສອງ​ຝ່າຍ​ຄວນ​ຮ່ວມ​ກັນ​ສຸມ​ໃສ່ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ຊາຍ​ແດນ ແລະ​ທີ່​ສຳ​ຄັນ, ຈີນ​ກໍ​ຍິ​ນ​ດີ​ຮ່ວມ​ກັບ​ມຽນ​ມາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາຍ​ໃຕ້​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ.

    ທ່ານ​ນາງ ອອງ​ຊານ​ຊູ​ຈີ ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ນຳ​ເອົາ​ສັນ​ຕິ​ພາບ, ຄວາມ​ປອງດອງ ​ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ມາ​ສູ່​ພາກ​ພື້ນ​ ກໍ​ຄື​ທົ່ວ​ໂລກ ເຊິ່ງມຽນ​ມາ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ສູງ​ແລະ​ສຸມ​ໃສ່​​ລົງ​ເລິກ​ສົ່ງ​ເສີມສາຍ​ພົວ​ພັນ​ສອງ​ປະ​ເທດ. ນອກນີ້ ກໍ​ຂໍຂອບ​ໃຈ​​ຈີນ​ທີ່​ໄດ້​ສະ​ໜັບ​ສະໜູນ​ແລະ​ຊ່ວຍ​ເຫຼືອ​ ທັງຍິນ​ດີ​ຮ່ວມ​ກັບ​ຈີນ​​ສຸມ​ທຸກຄວາມ​ພະ​ຍາ​ຍາມ ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບຕາມ​ເຂ​ດ​ຊາຍ​ແດນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ