ນັກ​ວິ​ຊາ​ການ​ທາງ​ລົດ​ໄຟ​​ສາມ​ປະ​ເທດ​ອາ​ຊີ​ກາງໄດ້​ຮັບ​ການການ​ຍົກ​ລະ​ດັບ​ວິ​ຊາ​​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຢູ່​ຈີນ​ເປັນ​ຄັ້ງ​ທຳ​ອິດ
2017-05-17 11:39:56  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ນັກ​ວິ​ຊາ​ການ​ຄຸ້ມ​ຄອງ​ທາງ​ລົດ​ໄຟ 30 ກວ່າ​ຄົນ​ຈາກ​ກາ​ຊັກ​ສະ​ຖານ, ກຽກ​ກິດ​ສະ​ຖານ ແລະ​ອຸ​ສ​ເບ​ກີ​ສະ​ຖານ ໄດ້​ຮັບ​ການ​ຍົກ​ລະ​ດັບ​ວິ​ຊາ​​ການ​ທາ​ງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ວັນ​ທີ 16 ພຶດ​ສະ​ພານີ້ ເຊິ່ງ​ເປັນ​ການ​ຍົກ​ລະ​ດັບ​ຄັ້ງ​ທຳ​ອິດ​ທີ່​ຈີນ​ຈັດ​ຂຶ້ນ ເພື່ອ​ສ້າງ​ພື້ນ​ຖານ​ເພື່ອ​ເລັ່ງ​ລັດໃຫ້​ແກ່​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ໃນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

    ການ​ຍົກ​ລະ​ດັບ​ທີ່​ຈ​ະ​ດຳ​ເນີນ​ເປັນ​ເວ​ລາ 2 ມື້ນັ້ນ ກໍ​ເພື່ອ​ໃຫ້​ບໍ​ລິ​ການ​​ລົດ​ໄຟ​ຄວາມ​ໄວ​ສູ​ງ​ຂອງ​ຈີນ​ພັດ​ທະ​ນາ​ຢູ່​ຕ່າງ​ປະ​ເທດ ແລະ​ພະ​ຍາ​ຍາມເຮັດ​ໃຫ້​ການ​ຂຸດ​ຄົ້ນ​ຄວາມ​ຕ້ອງ​ການ​ໃໝ່​ທີ່​ສອດ​ຄ່ອງ​ກັບ​ການ​ຍົກ​ລະ​ດັບ​ວິ​ຊາ​ການ​ລົດ​ໄຟ​ຄວາມ​ໄວ​ສູງ​ສາ​ກົນ. ແນວ​ໃດ​ກໍ​ດີ, ​ຈາກ​ການ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ອົງ​ການ​ດັ່ງ​ກ່າວ ໄດ້​ຈັດ​ຊຸ​ດ​ອົບ​ຮົມ​ວິ​ຊາ​​ການ​ທາງ​ລົດ​ໄຟ​ໃຫ້​ຕ່າງ​ປະ​ເທດ ເຊັ່ນ ລາວ ແລະ​ໄທ​ເປັນ​ຕົ້ນ ລວມ 6 ຊຸດ​ເກືອບ 200 ຄົນ.

    ສະ​ຖານ​ທີ່​ຝຶກ​ແອບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເມືອງ​ອູ​ຮ້ານ ແມ່ນ​ອົງ​ການ​ຍົກ​ລະ​ດັບ​ວິ​ຊາ​ຊີບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ