ກອງ​ທະ​ຫານ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ລີ​ບັງ​ມອບ​ກຽດ​ຕິ​ຍົດ​ລວມ​ໝູ່​​ໃຫ້​ແກ່ໜ່ວຍ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ​
2017-05-18 11:46:54  cri 


ວັນ​ທີ 16 ພຶດ​ສະ​ພາ​ນີ້, ທ່ານ ມາຍ​ໂຄ ເບວ​ຣີ ຜູ້​ບັນ​ຊາ​ການກອງ​ທະ​ຫານ​ຊົ່ວ​ຄາວ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ພາກ​ໃຕ້ລີ​ບັງ​ໄດ້​ມອບ​​ລາງວັນ​ການບັນ​ຊາ​ກາ​ນ​ເຊິ່ງ​ເປັນລາງວັນກຽດ​ຕິ​ຍົດ​ລວມ​ໝູ່​ໃຫ້​ແກ່​ໜ່ວຍ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ​ປະ​ຈຳ​ລີ​ບັງ​ຊຸດ​ທີ 15.

ນີ້​ແມ່ນ​ກຽດ​ຕິ​ຍົດ​ລວມ​ໝູ່​ສູງ​ສຸດ​ທີ່ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ຈີນ​ປະ​ຈຳ​ລີ​ບັງ​​ຊຸດ​ທີ 15 ໄດ້​ຮັບ​ນັ​ບ​ແຕ່​ໄດ້​ປະ​ຈຳ​ແລະ​ປະ​ຕິ​ບັດ​ໜ້າ​ທີ່​ເມື່ອເດືອນ​ພຶດ​ສະ​ພາ​​ປີ 2016 ເປັນ​ຕົ້ນ​ມາ ແລະກໍ​​ເປັນກຽດ​ຕິ​ຍົດ​​ລວມ​ໝູ່​ທີ່​ພິ​ເສດຄັ້ງ​ທຳ​ອິດ​ຂອງ​ໜ່ວຍ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບປະ​ເທດ​ຈີນ​ນັບ​ແຕ່​ໄດ້​ ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ລີ​ບັງ​ໃນ​ປີ 2006 ເປັນ​ຕົ້ນ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ