ການແຂ່ງຂັນ"ຂົວພາສາຈີນ" ນັກສຶກສາມະຫາວິທະຍາໄລທົ່ວໂລກຄັ້ງທີ 16
2017-05-18 15:09:31  cri 
ການແຂ່ງຂັນເວົ້າພາສາຈີນເພື່ອຄັດເລືອກນັກສຶກສາລາວເຂົ້າຮ່ວມການແຂ່ງຂັນ"ຂົວພາສາຈີນ"ສໍາລັບນັກສຶກສາມະຫາວິທະຍາໄລທົ່ວໂລກ ຄັ້ງທີ 16ໂດຍມີສະຖານທູດ ສປ ຈີນປະຈຳ ສປປ ລາວ ເປັນເຈົ້າພາບ ແລະ ຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດລາວແລະ ສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດລາວເປັນຝ່າຍຈັດ, ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລແຫ່ງຊາດລາວ ໃນຕອນເຊົ້າວັນທີ 17 ພຶດສະພານີ້ ເປັນກຽດເຂົ້າຮ່ວມທ່ານນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ຫົງຈ່ຽງ ຫົວໜ້າພະແນກ ການເມືອງສະຖານທູດ ສປ ຈີນປະຈຳ ສປປ ລາວ, ພ້ອມດ້ວຍ ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຜ່ານການແຂ່ງຂັນຢ່າງຟົດຟື້ນ, ໝາຍເລກ 10ນາງ ຄຳມະນີ ຢາຈົງວາ ນັກສຶກສາມາຈາກພາກວິຊາພາສາຈີນຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດລາວໄດ້ຄອງແຊມແລະ ຈະໄດ້ຕາງໜ້ານັກສຶກສາລາວເຂົ້າຮ່ວມການແຂ່ງຂັນ "ຂົວພາສາຈີນ"ສໍາລັບ ນັກສຶກສາມະຫາວິທະຍາໄລທົ່ວໂລກຄັ້ງທີ 16ທີ່ຈະຈັດຂຶ້ນຢູ່ ສປ ຈີນ. ແຕ່ປີ 2006ມາຮອດປັດຈຸບັນ,ສະຖານທູດຈີນຮ່ວມມືກັບມະຫາວິທະຍາໄລແຫ່ງຊາດໄດ້ຈັດ ການແຂ່ງຂັນຂົວພາສາຈີນຮອບຊີງຊະນະເລີດ ຢູ່ປະເທດລາວ ເປັນ 11ຄັ້ງຢ່າງສຳເລັດຜົນ。
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ