ຈັດ​ງານ​ວາງ​ສະ​ແດງ​ລົດ​​ຮຸ່ນ​ເກົ່າ "ມິນ​ສ໌" (ວິ​ດີ​ໂອ)
2017-05-18 16:59:56  cri 

ງານ​ວາງ​ສະ​ແດງ​ລົດ​​ຮຸ່ນ​ເກົ່າ "​ມິນ​ສ໌" ປະ​ຈຳ​ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​​ມິນ​ສ໌ປະ​ເທດ​ເບ​​ລາ​ຣຸດ​ຊີ​ເມື່ອ​ມໍ່ໆ​ມາ​ນີ້ ໂດຍ​ຜູ້​ຮັກ​ລົດທີ່​ມາ​ຈາກ​ເບ​ລາ​ຣຸດ​ຊີ, ກາ​​ຊັກ​ສະ​ຖານ, ​ລິດ​ຕົວ​ນີ​ເປັນ​ຕົ້ນ​ໄດ້​ນຳ​ເອົາ​ລົດ​​ຮຸ່ນ​ເກົ່າ 100 ກວ່າ​ຄັນ ເຊິ່ງ​ມີ​ອາ​ຍຸ​ຢ່າງ​ໜ້ອຍ 40 ປີ​ຂຶ້ນ​ໄປ ແລະ​ບົວ​ລະ​ບັດ​ຮັກ​ສາໄວ້​ໄດ້​ດີ​ທີ່​ສຸດ​ມາ​ເຂົ້າ​ຮ່ວມ ແລະ​ພວກເຂົາ​​ໄດ້​ຂັບ​ລົດ​ເຫຼົ່າ​ນີ້​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ແລ້ວ​ຈອດ​ຢູ່​ສະ​ໜາມຫຼວງ​ເດືອນ​ຕຸ​ລາ​ເພື່ອ​ໃຫ້​ຜູ້​​ຮັກ​ລົດ​ເຂົ້າ​ຊົມ, ​ຜູ້​ຮູ້​ລົດ​ບາງ​ຄົນ​ຍັງ​ໄດ້​ນຸ່ງ​ເຄື່ອງ​ໃຫ້​ເຂົ້າ​ກັບ​ຍຸກ​ດັ່ງ​ກ່າວ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ