ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ລາ​ຕິນ-ກາ​ຣາ​ອິບ​ຮຽກ​ຮ້ອງ​ໃຫ້​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-18 16:17:36  cri 
    ຕາມ​ຂ່າວ​ສານ​ຊິນຮ​ວາ: ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ລາ​ຕິນ-​ອາ​ຣາ​ອິບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 16 ພຶດ​ສະ​ພານີ້​ວ່າ, ທ່ານ​ນາງ ອາ​ລີ​ເຊຍ ບາ​ເຊ​ນາ ເລ​ຂ​າ​ບໍ​ລິ​ຫານ​ງານ​ຄະ​ນະ​ກຳ​ມະ​ການ​ຂອງ​ຕົນ ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ-ກາ​ຣາ​ອິບ ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້ນ​ທາງ".

    ທ່ານ​ນາງ ບາ​ເຊ​ນາ ກ່າວ​ວ່າ, ຈີນ​ແມ່ນ​ເພື່ອນ​ມິດ​ແລະ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ພວກ​ເຮົາ ເຊິ່ງພວກ​ເຮົາ​ຫວັງ​ໄດ້​ຮັບການ​ສະ​ໜັບ​ສະ​ໜູນ​ແລະ​ຊີ້​ນຳ​ຂອງ​ຈີນ. ປັດ​ຈຸ​ບັນ ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ-ກາ​ຣາ​ອິບ​ພວມ​ພົບ​ໂອ​ກາດ​ຄັ້ງ​ປະ​ຫວັດ​ສາດ​​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ຈີນ​ແລະ​ກຸ່ມ​ເສດ​ຖ​ະ​ກິດ​ອື່ນໆ​ໃນ​ອາ​ຊີ ແລະເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ກາ​ນ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ກໍໄດ້​ມີ​ຂໍ້​ສະ​ເໜີ​​ເຊື່ອມ​ຕໍ່​ອະ​ລິ​ຍະ​ທຳ​ແລະ​ຮ່ວມ​ກັນ​ຈະ​ເລີນ​ຮຸ່ງ​ເຮືອງ​ໃຫ້​ພວກ​ເຮົາ.

    ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ເຫັນ​ວ່າ, ອາ​ເມ​ລິ​ກາ​ລາ​ຕິນ ໄດ້​ພົບ​ໂອ​ກາດ​ໃຫຍ່​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ເສ​ດ​ຖະ​ກິດ​ແລະ​ການ​ຮ່ວມ​ມື​ກັບ​ຈີນ ແລະ​ຜົນ​ການ​ຄົ້ນ​ຄວ້າ​ຂອງ​ຄະ​ນະ​ກຳ​ມະ​ການ​ຕົນ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ເຂົ້າ​ສູ່​ສະ​ຕະ​ວັດ​ທີ 21 ເປັນ​ຕົ້ນ​ມາ, ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ຕົ້ນ​ຕໍ​ຂອງ​ອາ​ເມ​ລິ​ກາ​ລາ​ຕິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ