ຈີນສຳ​ເລັດ​ການ​ທົດ​ລອງຂຸດ​ຄົ້ນ​ນ້ຳ​ກ້ອນ​ໄໝ້​ໄດ້ເປັນ​ຄັ້ງ​ທຳ​ອິດໃນ​ໂລກ​
2017-05-18 16:31:09  cri 

  

  ເຈົ້າ​ໜ້າ​ທີ່ກົມ​ສຳຫຼວດ​ທໍ​ລະ​ນີ​ ​ກະ​ຊວງ​ທີ່​ດິນ​ແລະ​ຊັບ​ພະ​ຍາ​ກອນ​ຈີນ​ປະ​ກາດ​ຢູ່​ທະ​ເລ​ຈີນ​ໃຕ້​ວ່າ, ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ທົດ​ລອງ​ຂຸດ​ຄົ້ນ​ນ້ຳ​ກ້ອນ​ທີ່​ໄໝ້​ໄດ້​ຢູ່​ເຂດ​ທະ​ເລ​ທາງ​ທິດ​ເໜືອ​ທະ​ເລ​ຈີນ​ໃຕ້ ເຊິ່ງ​​ຜົນ​ສຳ​ເລັດ​ດັ່ງ​ກ່າວເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ເອົາ​ໃຈ​ໃສ່​ຂຸດ​ຄົ້ນ​ນ້ຳ​ກ້ອນ​ທີ່​ໄໝ້​ໄດ້​ຢູ່​ທະ​ເລ​ຢ່າງ​ຕໍ່​ເນື່ອງ​ແລະ​​ແຂງ​ແຮງ.


    ນ້ຳ​ກ້ອນ​ທີ່​ໄໝ້​ໄດ້​​ກະ​ຈາຍ​ຢູ່​ພື້ນ​ທະ​ເລ​ເລິກ ຫຼື ດິນ​ນ້ຳ​ກ້ອນ​ທາງ​ບົກ, ແມ່ນ​ວັດ​ຖຸ​ແບບ​ແກ້ວ​ຄ້າຍ​ຄື​ນ້ຳ​ກ້ອນ​ທີ່​ກໍ່​ຕົວ​ຂຶ້ນ​ຈາກ​ອາຍ​ແກັ​ສ​ທຳ​ມະ​ຊາດ​ແລະ​ນ້ຳພາຍ​ໃຕ້ເງື່ອນ​ໄຂຄວາມ​ດັນ​ສູງ​ແລະ​ອຸນ​ຫະ​ພູມ​ອາ​ກາດ​ຕ່ຳ, ຫຼັງ​ຈາກ​ໄໝ້​ແລ້ວ ​ກໍເຫຼືອ​ແຕ່​ກາກບອນ​ດີ​​ອົກ​ຊິດ​ແລະ​ນ້ຳ​​ໃນ​ປະ​ລິ​ມານ​ໜ້ອຍ ​ມີ​ສິ່ງ​ມົນ​ລະ​ພິດ​ໜ້ອຍກວ່າ​ຖ່ານ​ຫີນ,ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ, ປະ​ສິດ​ທິ​ພາບ​ຊ້ຳ​​ກໍສູງກວ່າ 10 ເທົ່າ. ນອກນີ້, ນ້ຳ​ກ້ອນ​ທີ່​ໄໝ້​ໄດ້ ​ກໍມີ​ປະ​ລິ​ມານ​ສະ​ສົມ​ຢ່າງຫຼວງຫຼາຍ ແລະ​ຍອດ​​ປະ​ລິ​ມານ​ຊັບ​ພະ​ຍາ​ກອນກາກບອນ​ທີ່​ມີ​ຈຸ​ລິນ​ຊີ​ຢູ່​ໃນ​ນ້ຳ​ກ້ອນ​ທີ່​ໄໝ້​ໄດ້​ນັ້ນ ເທົ່າ​ກັບ​ 2 ເທົ່າ​ຂອງຍອດ​ປະ​ລິ​ມານ​ຖ່ານ​ຫີນ, ນ້ຳ​ມັນ​ເຊື້ອ​ໄຟ ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ​ທີ່​ໄດ້​ຮູ້​ແລ້ວ​ທັງ​ໝົດ​ໃນ​ໂລກ ຈຶ່ງ​ເຮັດ​ໃຫ້​ສາ​ກົນ​ຮັບ​ຮູ້​ເປັນ​ພະ​ລັງ​ງານ​​ທົດແທນ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ​ໂດຍ​ທົ່ວ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ