ຈີນ​ເປັນ​ປະ​ເທດ​ທີ່​ຜະ​ລິດ​ຊາ​ຫຼາຍ​ທີ່​ສຸດ​ໃນ​ໂລກ
2017-05-19 15:27:19  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ປັດ​ຈຸ​ບັນ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ຜະ​ລິດ​ຊາ​ຫຼາຍ​ທີ່​ສຸດ ແລະ​ເປັນ​ຕະຫຼາດ​ບໍ​ລິ​ໂພກ​ຊາ​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ປີ 2016, ຈີນ​ມີເນື້ອ​ທີ່​ປູກ​ຊາ​ເຖິງ 2 ລ້ານ 8 ແສນ 7 ໝື່ນ​ເຮັກ​ຕາ ແລະ​ຜະ​ລິດ​ຊາ​ໄດ້​ເຖິງ 2 ລ້ານ 4 ແສນກວ່າ​ໂຕນ ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ ແລະ​ມີ​ການ​ບໍ​ລິ​ໂພກ​ຊາຫຼາຍກວ່າ 2 ລ້ານ​ໂຕນ.

ທ່ານ​ຫານ​ສາງ​ຟູ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຈີນ​​ກ່າວ​​ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ຊາ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ເດືອນ​ນີ້ວ່າ, ການ​ພັດ​ທະ​ນາ​ຂະ​ແໜງ​ການ​ຊາ​ຂອງ​ຈີນ ເປັນ​ເນື້ອ​ໃນ​ສຳ​ຄັນ​ໃນ​ການ​ປະ​ຕິ​ຮູບ​ດ້ານ​ການ​ສະ​ໜອງ​ຂອງຂະ​ແໜງ​ການ​ກະ​ສິ​ກຳ​, ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະເປັນ​ໜ້າ​ທີ່​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ກະ​ສິ​ກຳ​ທັນ​ສະ​ໄໝ. ຂະ​ແໜງ​ການ​ຊາ​ໄດ້​ກາຍ​ເປັນ​​ ​ເສົາ​ຄ້ຳ​ດ້ານ​ກະ​ສິ​ກຳ​ແລະແຫຼ່ງ​ລາຍ​ຮັບ​ສຳ​ຄັນ​ຂອງ​​ກະ​ສິ​ກອນ​ໃນຫຼາຍ​ປະ​ເທດ ໂດຍ​ສະ​ເພາະ​​ປະ​ເທດ​ພວມ​ພັດ​ທະ​ນາ ແລະວັດ​ທະ​ນະ​ທຳ​ຂອງ​ຊາກໍ​ໄດ້​ກາຍ​ເປັນ​ຊັບ​ສົມ​ບັດ​ທາງ​ຈິດ​ໃຈ​ຂອງ​ທົ່ວ​ໂລກ.

ງານ​ວາງ​ສະ​ແດງ​ຊາ​ສາ​ກົນ​ຈີນ​ທີ່​ຈັດ​ຂຶ້ນຄັ້ງ​ທຳ​ອິດ​ນີ້ ແນ​ໃສ່​ເຮັດ​ໃຫ້​ຊາທີ່​ດີ​ມີ​ຄຸນ​ນະ​ພາບ​ຂອງຈີນ​ກ້າວ​ໄປ​ສູ່​ໂລກ ແລະ​​ຊາ​ທີ່​ດີ​ຂອງ​ໂລກ​​ເຂົ້າ​ມາ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ